ການສົ່ງອອກລົດຍົນຂອງຈີນໃນສອງເດືອນຜ່ານມາເພີ່ມຂຶ້ນຫຼາຍກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

CRI, March 13, 2024
Size:

ວັນທີ 11 ມີນານີ້, ສະມາຄົມອຸດສາຫະກຳລົດຍົນຈີນໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ມາ, ການສົ່ງອອກລົດຍົນຂອງຈີນໃນສອງເດືອນຜ່ານມາໄດ້ເພີ່ມຂຶ້ນຫຼາຍກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕົວເລກຫຼ້າສຸດຂອງສະມາຄົມອຸດສາຫະກຳລົດຍົນຈີນສະແດງໃຫ້ເຫັນວ່າ: ແຕ່ເດືອນມັງກອນຫາເດືອນກຸມພາ, ຈີນໄດ້ສົ່ງອອກລົດຍົນ 822.000 ຄັນ, ເພີ່ມຂຶ້ນ 30,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ໄດ້ສົ່ງອອກລົດຍົນພະລັງງານໃໝ່ 182.000 ຄັນ, ເພີ່ມຂຶ້ນ 7,5%. ນອກນີ້, ໄດ້ສົ່ງອອກລົດຍົນທີ່ໃຊ້ນ້ຳມັນ 640.000 ຄັນ, ເພີ່ມຂຶ້ນ 39%.

ປີ 2024, ຄຽງຄູ່ກັບການພັດທະນາຂອງສະພາບການເສດຖະກິດການຄ້າສາກົນ, ການສົ່ງອອກລົນຍົນຂອງຈີນຈະສືບຕໍ່ຮັກສາການເຕີບໂຕຢ່າງວ່ອງໄວ, ຄາດວ່າຈັງຫວະການເຕີບໂຕຢູ່ໃນລະດັບປະມານ 20%.