ສະຖາບັນຂົງຈື ກຳປູເຈຍ ນຳໃຊ້ຮູບແບບ “ພາສາຈີນ+ອາຊີວະສຶກສາ”

lmcchina.org, March 11, 2024
Size:

ນັກສຶກສາກຳປູເຈຍທີ່ກຳລັງຮຽນພາສາຈີນຢູ່ທີ່ສະຖາບັນຂົງຈື ຣາຊະບັນດິດສະພາ ກຳປູເຈຍ ໃນວັນທີ 2 ມີນາ ຕາມເວລາທ້ອງຖິ່ນ.


ວັນທີ 2 ມີນາ, ກິດຈະກໍາການເດີນທາງໄກ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) - ການສຳພາດຂອງສື່ມວນຊົນ ພາຍໃຕ້ຄໍາຂວັນ “ດື່ມນໍ້າແມ່ນ້ຳສາຍດຽວກັນ, ສົນທະນາມິດຕະພາບ LM ຮ່ວມກັນ” ໄດ້ເປີດສາກຢູ່ນະຄອນພະນົມເປັນປະເທດກຳປູເຈຍ ເຊິ່ງຄະນະນັກຂ່າວໄດ້ໄປຢ້ຽມຢາມສະຖາບັນຂົງຈື ຣາຊະບັນດິດສະພາກຳປູເຈຍ.

ໃນຊຸມປີທີ່ຜ່ານມາ, ການຮ່ວມມື LM ນັບມື້ນັບແໜ້ນແຟ້ນຂຶ້ນ. ສປ ຈີນໄດ້ເປັນປະເທດລົງທຶນອັນດັບໜຶ່ງຂອງກຳປູເຈຍ ແລະ ນັກທ່ອງທ່ຽວຈີນທີ່ໄປທ່ອງທ່ຽວຢູ່ກຳປູເຈຍກໍຈັດຢູ່ອັນດັບໜຶ່ງເປັນຫຼາຍປີຢ່າງລຽນຕິດໃນບັນດານັກທ່ອງທ່ຽວທີ່ໄປທ່ອງທ່ຽວຢູ່ກຳປູເຈຍ, ເຊິ່ງໄດ້ຊຸກຍູ້ການພັດທະນາຂອງເສດຖະກິດທ້ອງຖິ່ນຢ່າງແຂງແຮງ ແລະ ເຮັດໃຫ້ການຮຽນພາສາຈີນກາຍເປັນກະແສນິຍົມຫຼັກຂອງຊາວໜຸ່ມກຳປູເຈຍ.

ສະຖາບັນຂົງຈື ຣາຊະບັນດິດສະພາ ກຳປູເຈຍ ເປັນສະຖາບັນຂົງຈືແຫ່ງທຳອິດຂອງປະເທດກຳປູເຈຍ, ເຊິ່ງນັບແຕ່ການສ້າງຕັ້ງຂຶ້ນໃນປີ 2009, ມາຮອດປັດຈຸບັນມີນັກສຶກສາທີ່ລົງທະບຽນແລ້ວ 110.000 ກວ່າຄົນ ແລະ ນັກສຶກສາທີ່ກຳລັງຮຽນຢູ່ ບັນລຸໄດ້ 4.000 ກວ່າຄົນ.

ປີ 2024 ເປັນປີການແລກປ່ຽນດ້ານວັດທະນະທໍາ ຈີນ-ກຳປູເຈຍ. ຕາມການນໍາສະເໜີຂອງທ່ານ ຫວັງເຟິ່ງ Wang Fengອະທິການບໍດີຝ່າຍຈີນຂອງສະຖາບັນຂົງຈື, ສະຖາບັນແຫ່ງດັ່ງກ່າວນີ້ໄດ້ຈັດກິດຈະກຳງານເທດສະການສວນສະໜຸກເພື່ອສະເຫຼີມສະຫຼອງບຸນກຸດຈີນ ຢູ່ນະຄອນພະນົມເປັນ ໃນຕົ້ນປີນີ້ ແລະ ຍັງຈະຈັດກິດຈະກຳຕ່າງໆ ເຊັ່ນ ການແຂ່ງຂັນຮ້ອງເພງຈີນ ແລະ ງານດົນຕີຢູ່ເດີ່ນຫຍ້າ ເປັນຕົ້ນ ຕາມລຳດັບ.

ການກໍ່ສ້າງສະຖາບັນຂົງຈືໃນຕະຫຼອດ 15 ປີ ຜ່ານມາ, ສະຖາບັນດັ່ງກ່າວ ໃນຖານະເປັນຕົວແທນໃຫ້ແກ່ການພັດທະນາຂອງສະຖາບັນຂົງຈືຢູ່ປະເທດກຳປູເຈຍ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ການແລກປ່ຽນດ້ານວັດທະນະທໍາລະຫວ່າງຊາວໜຸ່ມ ຈີນ-ກຳປູເຈຍ ໃຫ້ເຂົ້າສູ່ລວງເລິກ, ພ້ອມດຽວກັນນີ້ ກໍໄດ້ສະ  ໜອງການບໍລິການດ້ານການບຳລຸງສ້າງບຸກຄະລາກອນ. ທ່ານ ຫວັງເຟິ່ງ ກ່າວວ່າ “ພວກຂ້າພະເຈົ້າໄດ້ສ້າງເວທີທີ່ເຊື່ອມຕໍ່ລະຫວ່າງໂຮງຮຽນຝຶກອົບຮົມດ້ານທັກສະສີມືແຮງງານພາຍໃນປະເທດ ກັບ ວິສາຫະກິດຂອງປະເທດຈີນທີ່ລົງທຶນຢູ່ກຳປູເຈຍຢ່າງຖືກເປົ້າໝາຍ, ແຕ່ງຕັ້ງອາຈານຂອງວິຊາຕ່າງໆໄປສິດສອນຢູ່ກຳປູເຈຍ ເພື່ອຊ່ວຍສ້າງໂອກາດຫຼາຍຂຶ້ນໃຫ້ແກ່ຊາວໜຸ່ມທ້ອງຖິ່ນໃນການປະກອບອາຊີບ. ຊາວໜຸ່ມຂອງກຳປູເຈຍຮັບຮູ້ວ່າ ການຮຽນພາສາຈີນ ບໍ່ພຽງແຕ່ເປັນເລື່ອງທີ່ມ່ວນ ຍັງເປັນເລື່ອງທີ່ເປັນຜົນປະໂຫຍດຕໍ່ຕົນເອງ.”

ກິດຈະກຳການສຳພາດດັ່ງກ່າວດຳເນີນໄປເປັນເວລາ 10 ມື້ ເຊິ່ງຄະນະນັກຂ່າວຈະເດີນທາງໄປປະເທດກຳປູເຈຍ, ໄທ ແລະ ລາວ ເພື່ອລາຍງານຂ່າວໂດຍປິ່ນອ້ອມຫົວຂໍ້ລະບົບນິເວດ ການພັດທະນາດ້ານວັດທະນະທຳ ແລະ ການພັດທະນາສີຂຽວຢູ່ລ້ອງແມ່ນ້ຳ LM.