ກອງປະຊຸມໂຕະມົນແລກປ່ຽນ ກ່ຽວກັບການປາບປາມອາຊະຍາກຳຢູ່ເຂດ LM ໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ

lmcchina.org, March 11, 2024
Size:

ວັນທີ 23 ກຸມພາ 2024, ກອງປະຊຸມໂຕະມົນແລກປ່ຽນກ່ຽວກັບສະພາບການປາບປາມອາຊະຍາກຳຢູ່ເຂດ LM ໄດ້ຈັດຂຶ້ນທີ່ນະຄອນ ຄຸນໝິງ ແຂວງຢູນນານ ສປ ຈີນ ໂດຍການເປັນເຈົ້າພາບຂອງສູນຮ່ວມມືດ້ານຄວາມປອດໄພ ແລະ ການບັງຄັບໃຊ້ກົດໝາຍສັງລວມ LM, ເຊິ່ງມີການວິໄຈ ແລະ ວິນິດໄສຢ່າງຄັກແນ່ ກ່ຽວກັບ ສະພາບອາຊະຍາກຳຂ້າມຊາດຢູ່ພາກພື້ນ, ໄດ້ມີການແລກປ່ຽນທັດສະນະຢ່າງເລິກເຊິ່ງ ໂດຍປິ່ນອ້ອມບັນຫາອາຊະຍາກຳທີ່ເກີດຂຶ້ນຫຼາຍ, ເຊັ່ນ: ການໂຈນລະກໍາທາງໂທລະຄົມ-ອິນເຕີເນັດ ພ້ອມທັງໄດ້ບັນລຸຄວາມເຫັນເປັນເອກະພາບກັນດ້ານການເພີ່ມທະວີການຮ່ວມມືດ້ານການບັງຄັບໃຊ້ກົດໝາຍຢ່າງເປັນຮູບປະທຳອີກກ້າວໜຶ່ງ.

ທຸກຝ່າຍທີ່ຮ່ວມປະຊຸມໄດ້ໃຫ້ຄວາມເຫັນເປັນເອກະພາບກັນວ່າ ການໂຈນລະກໍາທາງໂທລະຄົມ-ອິນເຕີເນັດ ແລະ ອາຊະຍາກຳທີ່ກ່ຽວຂ້ອງໄດ້ກາຍເປັນສາທາລະນະໄພຢູ່ພາກພື້ນ, ເຊິ່ງທຸກປະເທດຄວນນຳໃຊ້ມາດຕະການສັງລວມຮອບດ້ານ ເພື່ອປາບປາມຢ່າງແຂງແຮງ; ໄດ້ເປັນເອກະສັນກັນຕົກລົງຈັດກອງປະຊຸມວິໄຈ ແລະ ປະເມີນສະພາບການກ່ຽວກັບອາຊະຍາກຳຢ່າງເປັນປະຈຳ ແລະ ສ້າງຕັ້ງກົນໄກການວິໄຈ ແລະ ປະເມີນສະພາບການອາຊະຍາກຳຢູ່ພາກພື້ນ; ເຫັນດີເຫັນພ້ອມໃນການລິເລີ່ມຍົກສູງລະດັບການຮ່ວມມື, ເປີດກວ້າງຂົງເຂດ ແລະ ຂອບເຂດການຮ່ວມມື ເພື່ອຍົກສູງປະສິດທິພາບໃນການຮ່ວມມື; ເປັນເອກະສັນກັນສະເໜີວ່າ ຕ້ອງຕອບສະໜອງຕາມຄວາມຕ້ອງການຂອງການຟື້ນຟູເສດຖະກິດຢູ່ພາກພື້ນຕໍ່ກັບສະພາບແວດລ້ອມການພັດທະນາທີ່ປອດໄພ, ຖືເອົາ ຮ່ວມກັນສ້າງບ້ານເມືອງທີ່ສະຫງົບສຸກເປັນເປົ້າໝາຍ, ດຳເນີນການປະຕິບັດງານຮ່ວມຢ່າງທັນການ, ຮ່ວມມືກັນປາບປາມການກະທຳຜິດທີ່ຮ້າຍແຮງຢູ່ພາກພື້ນ, ຮ່ວມມືກັນປົກປັກຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ເພື່ອສ້າງອະນາຄົດທີ່ສວຍງາມກວ່າເກົ່າໃຫ້ແກ່ປະຊາຊົນທຸກປະເທດ LM.

ກອງປະຊຸມດັ່ງກ່າວນີ້ ໄດ້ມີຜູ້ແທນ 60 ກວ່າທ່ານຈາກກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ, ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ກະຊວງປ້ອງກັນປະເທດ ສປປ ລາວ, ກະຊວງພາຍໃນ  ມຽນມາ, ສຳນັກງານຕຳຫຼວດແຫ່ງຊາດໄທ, ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຮ່ວມ.