ການຄ້າ ຂາເຂົ້າ-ຂາອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໃນ 2 ເດືອນທຳອິດປີນີ້ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ

CRI, March 8, 2024
Size:

ແຫຼ່ງຂ່າວຈາກອົງການພາສີແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ຂະໜາດການຄ້າ ຂາເຂົ້າ-ຂາອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໃນ 2 ເດືອນທຳອິດປີນີ້ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ ເມື່ອທຽບໃສ່ໄລຍະດຽວກັນຂອງປີທຸກປີທີ່ຜ່ານມາ, ການຄ້າກັບຕ່າງປະເທດໄດ້ມີການເລີ່ມຕົ້ນທີ່ດີໃນປີນີ້.

ຕົວເລກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນເປີດເຜີຍສະແດງໃຫ້ເຫັນວ່າ, 2 ເດືອນທຳອິດປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນມີເຖິງ 6.610 ຕື້ຢວນ, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນ, ສົ່ງອອກ 3.750 ຕື້ຢວນ, ເພີ່ມຂຶ້ນ 10,3%; ນຳເຂົ້າ 2.860 ຕື້ຢວນ, ເພີ່ມຂຶ້ນ 6,7%.