ເປົ້າໝາຍຕົ້ນຕໍດ້ານການພັດທະນາຂອງຈີນໃນປີນີ້ ຄືໃຫ້ GDP ເພີ່ມຂຶ້ນປະມານ 5%

CRI, March 7, 2024
Size:

ຕອນເຊົ້າວັນທີ 5 ມີນານີ້, ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະເທານປະເທດຈີນ ພ້ອມດ້ວຍຜູ້ນຳພັກ ແລະ ລັດທ່ານອື່ນໆໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຜ່ານບົດລາຍງານວຽກງານລັດຖະບານຕໍ່ກອງປະຊຸມ.

ເນື້ອໃນບົດລາຍງານວຽກງານລັດຖະບານຈີນລະບຸວ່າ, ເປົ້າໝາຍຕົ້ນຕໍດ້ານການພັດທະນາຂອງຈີນໃນປີນີ້ ຄື GDP ເພີ່ມຂຶ້ນປະມານ 5%; ຈຳນວນຜູ້ປະກອບອາຊີບໃນຕົວເມືອງເພີ່ມຂຶ້ນຫຼາຍກວ່າ 12 ລ້ານຄົນ, ອັດຕາຫວ່າງງານຕາມການສຳຫຼວດໃນຕົວເມືອງຢູ່ໃນປະມານ 5,5%; ລາຄາສິນຄ້າບໍລິໂພກຂອງພົນລະເມືອງເພີ່ມຂຶ້ນປະມານ 3%; ຈັງຫວະການເຕີບໂຕດ້ານລາຍຮັບຂອງພົນລະເມືອງໃຫ້ໄປຄວບຄູ່ກັບການເຕີບໂຕດ້ານເສດຖະກິດ; ລາຍຮັບລາຍຈາຍສາກົນຮັກສາຄວາມດຸ່ນດ່ຽງໂດຍພື້ນຖານ; ປະລິມານຜົນຜະລິດສະບຽງອາຫານມີຫຼາຍກວ່າ 650ລ້ານໂຕນ; ການສິ້ນເປືອງພະລັງງານຕໍ່ຫົວໜ່ວຍGDP ຫຼຸດລົງປະມານ 2,5%, ຄຸນນະພາບຂອງສິ່ງແວດລ້ອມນິເວດໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ.