ກົງສູນໃຫຍ່ ສປ ຈີນ ປະຈໍາ ແຂວງຫຼວງພະບາງ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ພ້ອມທັງກ່າວຄໍາປາໄສ

lmcchina.org, March 6, 2024
Size:

ໃນວັນທີ 15 ກຸມພາ 2024 ທີ່ຜ່ານມານີ້, ໂດຍຕອບສະໜອງຕານຄໍາເຊື້ອເຊີນ, ທ່ານ ຈາງເສີຜິງ ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ແຂວງຫຼວງພະບາງ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ມີຄໍາເຫັນ ໃນພິທີປິດກອງປະຊຸມ ຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ ຊຸກຍູ້ການຟື້ນຟູເສດຖະກິດ ດ້ວຍຮູບແບບການເຕີບໃຫຍ່ຂອງເສດຖະກິດແບບຊີວະ, ແບບໝູນວຽນ ແລະ ແບບສີຂຽວ  ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”ແບບສີຂຽວ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.


ທ່ານ ຈາງເສີຜິງ ກົງສູນໃຫຍ່ ໄດ້ກ່າວວ່າ ເສດຖະກິດຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຫຼຸດພົ້ນອອກຈາກຜົນກະທົບຂອງໂຄວິດ-19 ເທື່ອລະກ້າວ ແລະ ໄດ້ຮັບການຟື້ນຟູຂຶ້ນຢ່າງຕໍ່ເນື່ອງ. ແຕ່ຍັງບໍ່ສາມາດຖືເບົາຕໍ່ ຄວາມບໍ່ໝັ້ນທ່ຽງ ແລະ ຄວາມບໍ່ແນ່ນອນ ທີ່ເດັ່ນຊັດຂຶ້ນ ໃນການພັດທະນາຂອງທົ່ວໂລກ. ໃນຖານະເປັນເວທີອັນສໍາຄັນ ເພື່ອຈັດຕັ້ງປະຕິບັດປະຊາຄົມຮ່ວມຊະຕາກໍາຂອງມວນມະນຸດ ແລະ ເວທີການຮ່ວມມືສາກົນທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ, “ໜຶ່ງແລວ ໜຶ່ງເສັ້ນທາງ” ປະສານກັບທັດສະນະການພັດທະນາຕາມທິດສີຂຽວໃຫ້ເຊື່ອມໂຍງເຂົ້າໃນການອອກແບບໂຄງບົນ ເພື່ອໃຫ້ເຊື່ອມສານເຂົ້າໃນທຸກດ້ານທົ່ວຂະບວນການ. ຝ່າຍຈີນຍິນດີຊຸກຍູ້ການສ້າງ ປະຊາຄົມຮ່ວມຊະຕາກໍາຂອງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຢ່າງຕໍ່ເນື່ອງ, ການສ້າງສາ “ໜຶ່ງແລວ ໜຶ່ງເສັ້ນທາງ” ຖືເອົາ ແບບສີຂຽວ ເປັນຫຼັກການພື້ນຖານຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອຊຸກຍູ້ພື້ນຖານໂຄງລ່າງແບບສີຂຽວ, ການລົງທຶນແບບສີຂຽວ ແລະ ການທະນາຄານແບບສີຂຽວ, ແລະ ພະຍາຍາມສ້າງ ເຂດຕົວແບບສາທິດການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ເຂດຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກໄປກ່ອນ, ເຂດທົດລອງຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ເຂດຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍອາລິຍະທໍາທົ່ວໂລກຢ່າງມີປະສິດທິພາບສູງ.