ຄະນະກຳມະການການເລືອກຕັ້ງກຳປູເຈຍປະກາດຮັບຮອງສະມາຊິກສະພາສູງ 58 ຄົນທີ່ໄດ້ຮັບເລືອກຕັ້ງໃໝ່

CRI, March 6, 2024
Size:

    ຕອນບ່າຍວັນທີ 5 ມີນານີ້, ຄະນະກຳມະການການເລືອກຕັ້ງກຳປູເຈຍໄດ້ອອກຖະແຫຼງການ ໂດຍຮັບຮອງສະມາຊິກສະພາສູງ 58 ຄົນທີ່ໄດ້ຮັບເລືອກຕັ້ງໃໝ່ໃນການເລືອກຕັ້ງສະພາສູງສະໄໝທີ 5. ໃນນັ້ນ, ພັກປະຊາຊົນທີ່ເປັນພັກກຳອຳນາດໄດ້ຮັບ 55 ທີ່ນັ່ງ, ພັກຈິດໃຈຂະແມ ໄດ້ຮັບ 3 ທີ່ນັ່ງ.