ຂໍ້ຕົກລົງຍົກເວັ້ນວີຊາລະຫວ່າງຈີນ-ໄທມີຜົນບັງຄັບໃຊ້ຢ່າງເປັນທາງການ

CRI, March 4, 2024
Size:

ວັນທີ 1 ມີນານີ້, ຂໍ້ຕົກລົງຍົກເວັ້ນວີຊາລະຫວ່າງຈີນ-ໄທມີຜົນບັງຄັບໃຊ້ຢ່າງເປັນທາງການ.

ອີງຕາມຂໍ້ຕົກລົງດັ່ງກ່າວ, ປະຊາຊົນຈີນທີ່ຖືໜັງສືຜ່ານແດນທາງການ ແລະໜັງສືຜ່ານແດນທຳມະດາ ລວມທັງປະຊາຊົນໄທທີ່ຖືໜັງສືຜ່ານແດນທຳມະດາສາມາດເຂົ້າໄປປະເທດຂອງກັນ ແລະກັນໄດ້, ເປັນເວລາບໍ່ເກີດ 30 ວັນໃນຄັ້ງດຽວໂດຍບໍ່ຕ້ອງມີວີຊາ ແລະບໍ່ໃຫ້ເກີນ 90 ວັນໃນຈຳນວນ 180 ວັນ.

ຕາມການວິໄຈຈາກວົງການເສດຖະກິດໄທຊີ້ໃຫ້ເຫັນວ່າ: ຫຼັງຈາກຂໍ້ຕົກລົງດັ່ງກ່າວມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວ, ຄາດວ່າຈຳນວນນັກທ່ອງທ່ຽວໄທທີ່ໄປທ່ຽວຈີນຈະເພີ່ມຂຶ້ນ 20%.