2 ເດືອນຕົ້ນປີນີ້ລົດໄຟຈີນ-ຫວຽດນາມແລ່ນບໍລິການເພີ່ມຂຶ້ນ 56%

CRI, March 4, 2024
Size:

ຕອນເຊົ້າວັນທີ 29 ກຸມພາຜ່ານມານີ້, ລົດໄຟຈີນ-ຫວຽດນາມຖ້ຽວ X9101 ແລ່ນອອກຈາກສະຖານີລົດໄຟນານນິງໃຕ້ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ໂດຍບັນທຸກວັດຖຸອຸປະກອນ, ສິນຄ້າເຄມີ ແລະອື່ນໆໄປສູ່ສະຖານີເຢນວຽນຂອງຫວຽດນາມ. ນັບແຕ່ປີ 2024 ເປັນຕົ້ນມາ, ການຂົນສົ່ງສິນຄ້າຜ່ານທາງລົດໄຟຂ້າມຊາຍແດນຈີນ-ຫວຽດນາມໄດ້ຮັກສາລະດັບສູງ ແລະເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນໄລຍະ 2 ເດືອນຕົ້ນປີນີ້, ລົດໄຟຈີນ-ຫວຽດນາມໄດ້ແລ່ນ 25 ຖ້ຽວ ແລະຂົນສົ່ງສິນຄ້າ 600 ຕູ້, ຕ່າງໄດ້ເພີ່ມຂຶ້ນ 56% ແລະ 35% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ນັບແຕ່ເປີດນຳໃຊ້ລົດໄຟຂົນສົ່ງສິນຄ້າດ່ວນຈີນ-ຫວຽດນາມໃນທ້າຍເດືອນມິຖຸນາປີ 2023 ເປັນຕົ້ນມາ, ການຂົນສົ່ງສິນຄ້າຈາກສະຖານີນານນິງໃຕ້ເຖິງສະຖານີເຢນວຽນຈະໃຊ້ເວລາ 16 ຊົ່ວໂມງເຄິ່ງ, ໄລຍະເວລາການຂົນສົ່ງໄດ້ຮັບການປັບປຸງ 65% ເມື່ອທຽບໃສ່ໄລຍະຜ່ານມາ.