GDP ຂອງຈີນໃນປີ 2023 ເພີ່ມຂຶ້ນ 5,2%

CRI, March 1, 2024
Size:

    ວັນທີ 29 ກຸມພານີ້, ອົງການສະຖິຕິແຫ່ງຊາດຈີນໄດ້ເປີຍເຜີຍບົດລາຍງານວ່າດ້ວຍສະຖິຕິດ້ານການພັດທະນາຂອງເສດຖະກິດແຫ່ງຊາດ ແລະ ສັງຄົມປີ 2023 ຂອງສາທາລະນະລັດປະຊາຊົນຈີນ.

    ອີງຕາມຕົວເລກສະຖິຕິເບື້ອງຕົ້ນສະແດງໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນປີ 2023 ບັນລຸ 126.058,2 ຕື້ຢວນ, ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ປີ 2022. ເມື່ອເບິ່ງເປັນໄຕມາດແລ້ວ, GDP ໃນໄຕມາດທີ 1 ເພີ່ມຂຶ້ນ 4,5%, ໄຕມາດທີ 2 ເພີ່ມຂຶ້ນ 6,3%, ໄຕມາດທີ 3 ເພີ່ມຂຶ້ນ 4,9%, ໄຕມາດທີ 4 ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ປີ 2022.  GDP ສະເລ່ຍຕໍ່ຄົນຕໍ່ປີມີ 89.358 ຢວນ, ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ປີ 2022.