ການບໍລິໂພກການທ່ອງທ່ຽວຂອງຈີນໃນໄລຍະບຸນກຸດຈີນປີ 2024 ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ

CRI, February 27, 2024
Size:

ວັນທີ 26 ກຸມພານີ້, ສະມາຄົມຜູ້ບໍລິໂພກຈີນໄດ້ເປີດເຜີຍບົດລາຍງານວິໄຈການບໍລິໂພກໃນໄລຍະບຸນກຸດຈີນປີ 2024 ໂດຍສະແດງໃຫ້ເຫັນວ່າ: ຕະຫຼາດການທ່ອງທ່ຽວຍັງສືບຕໍ່ຮ້ອນຂຶ້ນ.

ໃນວັນພັກບຸນກຸດຈີນທີ່ດຳເນີນມາເປັນເວລາ 8 ວັນ, ລວມມີນັກທ່ອງທ່ຽວພາຍໃນປະເທດ 474 ລ້ານເທື່ອຄົນ, ການບໍລິໂພກພັກຜ່ອນຢ່ອນອາລົມຊະນິດຕ່າງໆ ຄື: ການທ່ອງທ່ຽວປະເພນີບຸນກຸດຈີນ, ການທ່ອງທ່ຽວຫິມະ ແລະນ້ຳກ້ອນ, ການທ່ອງທ່ຽວເກາະດອນທະເລ ແລະອື່ນໆໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ແຫ່ງຕ່າງໄດ້ຈັດກິດຈະກຳຂະໜາດໃຫຍ່ດ້ານວັດທະນະທຳ ແລະການທ່ອງທ່ຽວອັນອຸດົມສົມບູນ ເຊັ່ນ: ງານໂຄມໄຟສະຫຼອງບຸນກຸດຈີນ, ງານຕະຫຼາດນັດດອກໄມ້, ບຸນວັດ, ການຟ້ອນມັງກອນ ແລະສິງ ແລະອື່ນໆລວມທັງໝົດ 5.108 ເທື່ອ ເຊິ່ງໄດ້ຊຸກຍູ້ການບໍລິໂພກການທ່ອງທ່ຽວຢ່າງຫຼວງຫຼາຍ.