ໃນເດືອນມັງກອນປີ 2024 ຈີນໄດ້ດຶງດູດການລົງທຶນຈາກຕ່າງປະເທດ 112,71 ຕື້ຢວນ

CRI, February 26, 2024
Size:

ວັນທີ 23 ກຸມພານີ້, ກະຊວງການຄ້າຈີນໄດ້ເປີດເຜີຍຂໍ້ມູນສະຖິຕິວ່າ: ໃນເດືອນມັງກອນປີນີ້, ທົ່ວປະເທດຈີນໄດ້ສ້າງວິສາຫະກິດທີ່ລົງທຶນໂດຍນັກທຸລະກິດຕ່າງປະເທດແຫ່ງໃໝ່ 4588 ແຫ່ງ, ເພີ່ມຂຶ້ນ 74,4% ເທື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຍອດຈຳນວນທຶນຕ່າງປະເທດທີ່ນຳໃຊ້ຕົວຈິງບັນລຸເຖິງ 112,71 ຕື້ຢວນ, ຫຼຸດລົງ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະເພີ່ມຂຶ້ນ 20,4% ເມື່ອທຽບໃສ່ເດືອນທັນວາປີ 2023.

ໃນດ້ານຂະແໜງການ, ຍອດຈຳນວນທຶນຕ່າງປະເທດທີ່ນຳໃຊ້ຕົວຈິງໃນຂະແໜງການຜະລິດໄດ້ບັນລຸເຖິງ 33,11 ຕື້ຢວນ, ເພີ່ມຂຶ້ນ 20,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໃນດ້ານແຫຼ່ງທຶນ, ການລົງທຶນຕໍ່ຈີນຈາກປະເທດຝຣັ່ງ ແລະຊູແອດຕ່າງໄດ້ເພີ່ມຂຶ້ນ 25 ເທົ່າແລະ 11 ເທົ່າ, ແລະການລົງທຶນຕໍ່ຈີນຈາກປະເທດເຢຍລະມັນ, ອົດສະຕຣາລີ ແລະສິງກະໂປຕ່າງໄດ້ເພີ່ມຂຶ້ນ 211,8%, 186,1% ແລະ 77,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.