ຮ່ວມກັນສ້າງປະຊາ​ຄົມ​ຮ່ວມຊາຕາກໍາ ຂອງບັນດາ​ປະ​ເທດ LM ເພື່ອສັນຕິພາບ ​ແລະ ຄວາມສົມບູນພູນສຸກ

lmcchina.org, February 26, 2024
Size:

ແຂກທີ່ມາຈາກປະເທດໄທໄດ້ສຳຜັດກັບຜະລິດຕະພັນປະດິດສ້າງທາງວັດທະນະທຳທີ່ບໍ່ມີຕົວຕົນຂອງແຂວງຢຸນນານ ໃນເຂດວາງສະແດງ ພາຍໃຕ້ຫົວຂໍ້ ສິ່ງໜຶ່ງທີ່ເອີ້ນວ່າຊີວິດການເປັນຢູ່ຂອງຢຸນນານ.

ແນະນໍາ ເຄື່ອງຫັດຖະກຳແຂວງຢຸນນານໃຫ້ເພື່ອນມິດຈາກປະເທດມຽນມາ.

ນັກສຶກສາລາວທີ່ຮຽນຢູ່ຈີນເຂົ້າຮ່ວມກິດຈະກຳບຸນປີໃໝ່ປັກກິ່ງ ພາຍໃຕ້ຫົວຂໍ້ ສິ່ງໜຶ່ງທີ່ເອີ້ນວ່າຊີວິດການເປັນຢູ່ຂອງຢຸນນານ.

 

ວັນທີ 31 ມັງກອນນີ້, ກິດຈະກໍາບຸນປີໃໝ່ ປັກກິ່ງ ໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ພາຍໃຕ້ຫົວຂໍ້ ສິ່ງໜຶ່ງທີ່ເອີ້ນວ່າຊີວິດການເປັນຢູ່ຂອງຢຸນນານ”.

ທ່ານນາງ Zhang Lei ຜູ້ຮັບຜິດຊອບ ຂອງ ສູນປະສານງານຈີນ ເຄືອຂ່າຍຄວາມຮູ້ການຮ່ວມມືດ້ານເສດຖະກິດອະນຸພາກພື້ນແມ່ນ້ຳຂອງ ກ່າວວ່າ: ໃນປີ 2023, ຄວາມເຫັນດ້ານການເມືອງລະຫວ່າງ 6 ປະເທດ ແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ (LM) ໄດ້ບັນລຸເຖິງຄວາມເປັນເອກະພາບກັນຢ່າງກວ້າງຂວາງ; ຈີນ-ກໍາປູເຈຍ, ຈີນ-ລາວ, ຈີນ-ມຽນມາ, ຈີນ-ໄທ ຈີນ-ຫວຽດນາມ ໄດ້ປະກາດສ້າງປະຊາຄົມຮ່ວມຊາຕາກໍາໃນຂອບສອງຝ່າຍຕາມລຳດັບ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການສ້າງປະຊາຄົມຮ່ວມຊາ ຕາກໍາ ຂອງບັນດາປະເທດ LM  ກໍຄື ປະຊາຄົມຮ່ວມຊາຕາກໍາ ລະຫວ່າງ ຈີນ-ອາຊຽນ ໃຫ້ມີຄວາມສະໜິດແໜ້ນໃກ້ຊິດກວ່າເກົ່າ. ໃນເດືອນທັນວາ 2023, ກອງປະຊຸມຜູ້ນໍາຄັ້ງທີ 4 ຂອງການຮ່ວມມື LM   ໄດ້ມີການກຳນົດແຜນລະອຽດຈະແຈ້ງ ໃຫ້ແກ່ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 6 ປະເທດ LM  ໃນໄລຍະ 5 ປີ ຕໍ່ໜ້າ.