10 ຂ່າວ​ເດັ່ນ​ຂອງ​ການ​ຮ່ວມ​ມື LM ປະຈຳ​ປີ 2023

lmcchina.org, February 26, 2024
Size:

ວັນທີ 31 ມັງກອນທີ່ຜ່ານມາ, ງານຖະແຫຼງ 10 ຂ່າວເດັ່ນຂອງການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ປະຈໍາປີ 2023 ໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ສປ ຈີນ.

ໃນງານກິດຈະກໍາ ໄດ້ມີການຖະແຫຼງຢ່າງເປັນທາງການ 10 ຂ່າວເດັ່ນຂອງການຮ່ວມມື LM ປະຈໍາ ປີ 2023ຄື: 1) ການໄປມາຫາສູ່ກັນ, ການພົບປະ ແລະ ການແລກປ່ຽນ ລະ ຫວ່າງປະມຸກລັດ ເປັນການຊີ້ນໍາທິດທາງດ້ານການຮ່ວມມື, ບັນດາປະເທດ LM ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກໍາໃຫ້ເຂົ້າສູ່ລວງເລິກ ແລະ ຢ່າງເປັນຮູບປະທໍາ; 2) ການແລກປ່ຽນໄປ ມາຫາສູ່ກັນຢ່າງໃກ້ຊິດຂອງການນໍາຂັ້ນສູງ,  ຄວາມໄວ້ເນື້ອເຊື່ອໃຈກັນ ແລະ ການແລກປ່ຽນຂໍ້ມູນນໍາກັນຂອງ 6 ປະເທດໄດ້ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດກ້າວໄປໜ້າຢ່າງເປັນລະບຽບ ຮຽບຮ້ອຍ; 3) ການຟື້ນຕົວດ້ານເສດຖະກິດດໍາເນີນໄປເປັນຢ່າງດີ, ການສ້າງສາພັດທະນາເສດຖະກິດຂອງເຂດພາກພື້ນ LM ກໍໄດ້ຮັບໝາກຜົນຢ່າງຈົບງາມ; 4) ສ້າງສະພາບແວດລ້ອມໃຫ້ມີຄວາມໝັ້ນຄົງສູງ ເໝາະແກ່ການພັດທະນາ ພ້ອມທັງສ້າງເຂດທົດລອງຂໍ້ລິເລີ່ມທາງດ້ານຄວາມປອດໄພຄວາມໝັ້ນຄົງຂອງທົ່ວໂລກ; 5) ການຮ່ວມມືດິຈິຕອນໄດ້ຮັບຜົນສຳເລັດໃນຫຼາຍຂົງເຂດ, ເຊິ່ງເປັນການຊຸກຍູ້ກໍາລັງຂັບເຄື່ອນໃໝ່ຂອງ ເສັ້ນທາງສາຍໄໝດິຈິຕອນ; 6) ການແລກປ່ຽນທາງດ້ານວັດທະນະທຳມະນຸດມີຄວາມຫຼາກຫຼາຍແລະອຸດົມສົມບູນ, ໄດ້ຮັດແໜ້ນຈິດໃຈຂອງ 6 ປະເທດເຂົ້າກັນ; 7)ສ້າງບ້ານເມືອງໃຫ້ມີຄວາມຈະເລີນສີວິໄລຂຽວສົດງົດງາມຂຶ້ນ, ຊຸກຍູ້ການພັດທະນາຂອງພາກພື້ນໃຫ້ມີຄວາມຍືນຍົງ; 8) ການຮ່ວມມືໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໄດ້ນໍາເອົາຄວາມຜາສຸກຫຼາຍຂຶ້ນໃຫ້ແກ່ປະຊາຊົນ, ໄດ້ສ້າງເສັ້ນ ທາງແຫ່ງການພັດທະນາໄປສູ່ຄວາມຈະເລີນຮຸ່ງເຮືອງສີວິໄລຮ່ວມກັນ; 9)ການຮ່ວມມືດ້ານກະສິກໍາໄດ້ແຕກດອກອອກຜົນ, ບັນດາປະເທດໄດ້ຊົມໃຊ້ໝາກຜົນທີ່ຫອມຫວານຂອງການຮ່ວມມື; 10) ເຕົ້າໂຮມພູມປັນຍາແລະກໍາລັງແຮງຂອງຊາວໜຸ່ມ, ເພື່ອຂໍ່ານັບຮັບຕ້ອນອະນາຄົດອັນໃໝ່ອ່ຽມຂອງການຮ່ວມມື LM.

ທ່ານ Liao Junyun ທີ່ປຶກສາກົມອາຊີ, ກະຊວງການຕ່າງປະເທດ ສປ ຈີນກ່າວວ່າ, ຈີນຍິນດີຮ່ວມກັບບັນດາປະເທດແມ່ນ້ຳຂອງ ຕັ້ງໜ້າປະຕິບັດທັດສະນະການຮ່ວມມື ທີ່ຖືການພັດ ທະນາເປັນວຽກງານບູລິມະສິດ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ລົງເລິກຊຸກຍູ້ວຽກງານການຮ່ວມມື LM, ສ້າງເຂດສາທິດ ໜຶ່ງແລວ  ໜຶ່ງເສັ້ນທາງທີ່ມີຄຸນນະພາບສູງ, ສ້າງເຂດນໍາໜ້າໃນການປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ສ້າງເຂດທົດລອງຂໍ້ລິເລີ່ມຄວາມ ໝັ້ນຄົງທົ່ວໂລກ ແລະສ້າງເຂດທີ່ດີທີ່ສຸດຂອງຂໍ້ລິເລີ່ມອາລະຍະທຳທົ່ວໂລກ, ຈັບມືກັນກ້າວເຂົ້າສູ່ອະນາຄົດທີ່ແຈ່ມໃຈຂອງເສັ້ນທາງແຫ່ງສັນຕິພາບ, ສະຫງົບ, ຈະເລີນສີວິໄລ ແລະ ກ້າວໜ້າ.