ນັກທ່ອງທ່ຽວສາກົນທີ່ໄປທ່ຽວໄທໃນເດືອນມັງກອນປີນີ້ບັນລຸເຖິງ 2.740.000 ກວ່າເທື່ອຄົນ

CRI, February 22, 2024
Size:

ວັນທີ 30 ມັງກອນນີ້, ທ່ານນາງສຸດາວັນ ຫວັງສຸພະກິດໂກສົນ ລັດຖະມົນຕີກະຊວງທ່ອງທ່ຽວ ແລະ ກິລາແຫ່ງຣາຊະອານາຈັກໄທ ກ່າວວ່າ: ອີງຕາມຂໍ້ມູນສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ: ໃນລະຫວ່າງວັນທີ 1 ຫາ 28 ມັງກອນ 2024, ນັກທ່ອງທ່ຽວສາກົນທີ່ໄປທ່ຽວໄທໄດ້ບັນລຸເຖິງ 2.743.147 ເທື່ອຄົນ, 5 ປະເທດທີ່ມີນັກທ່ອງທ່ຽວຫຼາຍທີ່ສຸດຄື: ຈີນ, ມາເລເຊຍ, ສ ເກົາຫຼີ, ຣັດເຊຍ ແລະ ອິນເດຍ, ລາຍໄດ້ຈາກການທ່ອງທ່ຽວໄດ້ບັນລຸຫຼາຍກວ່າ 132 ຕື້ບາດ.

ທ່ານນາງ ສຸດາວັນ ຫວັງສຸພະກິດໂກສົນ ກ່າວວ່າ: ພາຍຫຼັງໄທ ແລະ ຈີນເຊັນສັນຍາກ່ຽວກັບການຍົກເວັ້ນວີຊ່າເຊິ່ງກັນແລະກັນແລ້ວ ຈະມີນັກທ່ອງທ່ຽວຈີນໄປທ່ຽວໄທຫຼາຍກວ່າເກົ່າ.