ໄທຕ້ອນຮັບນັກທ່ອງທ່ຽວຈີນເກືອບ 2 ແສນເທື່ອຄົນໃນອາທິດທີ່ຜ່ານມາ

CRI, February 20, 2024
Size:

ວັນທີ 13 ກຸມພານີ້, ທ່ານນາງສຸດາວັນ ຫວັງສຸພະກິດໂກສົນ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາໄທ ໄດ້ເປີດເຜີຍບົດລາຍງານສະຖິຕິສະພາບການທ່ອງທ່ຽວຂອງໄທໃນໄລຍະບຸນກຸດຈີນ ລະຫວ່າງວັນທີ 5 ຫາ 11 ກຸມພານີ້ ໂດຍສະແດງໃຫ້ເຫັນວ່າ: ນັກທ່ອງທ່ຽວສາກົນທີ່ເຂົ້າມາທ່ຽວໄທໃນໄລຍະດັ່ງກ່າວໄດ້ບັນລຸເຖິງ 872.235 ເທື່ອຄົນ, ເພີ່ມຂຶ້ນ 102.227  ເທື່ອຄົນເມື່ອທຽບໃສ່ອາທິດທີ່ຜ່ານມາ. ໃນນັ້ນ, ນັກທ່ອງທ່ຽວຈີນແມ່ນຫຼາຍກວ່າໝູ່, ບັນລຸເຖິງ 194.275 ເທື່ອຄົນ, ເພີ່ມຂຶ້ນ 38% ເມື່ອທຽບໃສ່ອາທິດທີ່ຜ່ານມາ.

ທ່ານນາງສຸດາວັນ ຫວັງສຸພະກິດໂກສົນກ່າວວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຈໍານວນນັກທ່ອງທ່ຽວສາກົນທີ່ໄປທ່ຽວໄທໄດ້ບັນລຸເຖິງ 4.385.000 ເທື່ອຄົນ, ປະເທດແຫຼ່ງນັກທ່ອງທ່ຽວທີ່ໄປທ່ຽວໄທ 3 ອັນດັບຕົ້ນຄື ຈີນ, ມາເລເຊຍ ແລະ ຣັດເຊຍ. ຄາດວ່າໃນລະຫວ່າງວັນທີ 12 ຫາ 18 ກຸມພານີ້, ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວໄທຈະສືບຕໍ່ເພີ່ມຂຶ້ນ ແລະ ຈະກັບຄືນສູ່ລະດັບປົກກະຕິພາຍຫຼັງໄລຍະພັກບຸນກຸດຈີນສິ້ນສຸດລົງ.