ອອກແຮງສ້າງເສັ້ນທາງສາຍຄໍາ, ເພື່ອສ້າງ ແລະ ຊົມໃຊ້ອະນາຄົດທີ່ສີວິໄລຮ່ວມກັນ

Yunnan Gateway, December 1, 2023
Size:

ວັນທີ 18 ພະຈິກຜ່ານມາ, ກອງປະຊຸມສໍາມະນາການສ້າງແລວເສດຖະກິດວັດທະນະທໍາ-ທ່ອງທ່ຽວ ຕາມທາງລົດໄຟລາວ-ຈີນ ສາກົນ ທີ່ເປັນກິດຈະກໍາ ຂອງງານຕະຫຼາດນັດການຄ້າການທ່ອງທ່ຽວສາກົນຈີນ ປີ 2023 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ. ກອງປະຊຸມສໍາມະນາຄັ້ງນີ້ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວຊຸກຍູ້ທາງລົດໄຟລາວ-ຈີນ ສ້າງເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນທາງແຫ່ງມິດຕະພາບ. ແຂກຜູ້ມີກຽດທັງພາຍໃນ ແລະ ຕ່າງປະເທດປະມານ 200 ຄົນ ທີ່ມາຈາກວົງການຕ່າງໆ ເຊັ່ນ: ໜ່ວຍງານພາກລັດ, ພາກອຸດສາຫະກໍາການຜະລິດ, ການຄົ້ນຄວ້າວິໄຈ ແລະ ສະຖາບັນການສຶກສາ ໄດ້ເຕົ້າໂຮມກັນເພື່ອປະກອບຄໍາຄິດຄໍາເຫັນໃຫ້ແກ່ການພັດທະນາທາງລົດໄຟດ້ວຍການທ່ອງທ່ຽວຢ່າງມີຄຸນນະພາບສູງ, ເພື່ອສ້າງຄວາມເຫັນເປັນເອກະພາບກັນຕໍ່ອະນາຄົດຂອງ ການທ່ອງທ່ຽວເຊີງວັດທະນະທໍາ ເຊັ່ນ: ສ້າງເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນທາງແຫ່ງມິດຕະພາບ.

ນັບແຕ່ເປີດການນໍາໃຊ້ຂະບວນລົດໄຟໂດຍສານສາກົນໃນ ວັນທີ 13 ເມສາ ເປັນຕົ້ນມາ, ໄດ້ຂົນສົ່ງຜູ້ໂດຍສານທັງໝົດຫຼາຍກວ່າ 300.000 ເທື່ອຄົນ, ມີນັກທ່ອງທ່ຽວເປັນໝຶ່ນຄົນໄດ້ສໍາເລັດການທ່ອງທ່ຽວຂ້າມແດນ ເຊັ່ນ: ນັ່ງຂະບວນລົດໄຟທ່ຽວປະເທດລາວ, ແລະ ນັ່ງຂະບວນລົດໄຟທ່ຽວປະເທດຈີນ.

ທ່ານສາດສະດາຈານ ຫວັງເຈຍ (Wang Jie)ຫົວໜ້າສູນຄົ້ນຄວ້າວິໄຈການທ່ອງທ່ຽວຕາມຊາຍແດນ ສະຖານບັນການທ່ອງທ່ຽວຈີນ ກ່າວວ່າ, ທາງລົດໄຟລາວ-ຈີນ ບໍ່ພຽງແຕ່ໄດ້ປະດິດສ້າງຮູບແບບຄົມມະນະຄົມສາກົນເທົ່ານັ້ນ, ແຕ່ຍັງນໍາມາການປະຕິຮູບຄັ້ງໜຶ່ງໃນການປ່ຽນແປງຮູບແບບການດໍາລົງຊີວິດ ແລະ ການຜະລິດອີກດ້ວຍ. ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເປັນຈຸດໝາຍປາຍທາງຫຼັກຂອງນັກທ່ອງທ່ຽວຈີນ, ໃນອະນາຄົດ, ຍ້ອນການທ່ອງທ່ຽວ, ການແລກປ່ຽນລະຫວ່າງອາລິຍະທໍາ ແລະ ການແລກປ່ຽນລະຫວ່າງຜູ້ຄົນ ຍິ່ງຈະແໜ້ນແຟ້ນກວ່າເກົ່າ. ທ່ານ ຫວັງເຈຍ ປະກອບຄໍາເຫັນວ່າ, ທາງລົດໄຟລາວ-ຈີນ ຄວນເອົາໃຈໃສ່ການວາງແຜນ ແລະ ການປະຕິບັດຕົວຈິງຢ່າງລະອຽດລະອໍ, ຕ້ອງເຮັດໃຫ້ການປັບປຸງຂັ້ນຕອນຂໍວີຊ່າ ແລະ ການຂຸດຄົ້ນຈຸດໝາຍປາຍທາງການທ່ອງທ່ຽວປະສົມປະສານເຂົ້າກັນ, ເຮັດໃຫ້ການພັດທະນາຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຄວາມຕ້ອງການໃນການທ່ຽວຂ້າມແດນໃນວັນເສົາ-ອາທິດປະສົມປະສານເຂົ້າກັນ, ສົມທົບຄວາມປອດໄຟການທ່ອງທ່ຽວ ແລະ ຮັບຮູ້ຕໍ່ທ້ອງຖິ່ນ ສ້າງຄວາມເຊື່ອໝັ້ນໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.

ທ່ານ ພີເຕີ ໄຊມອນປະທານສະມາຄົມການທ່ອງທ່ຽວອາຊີ-ປາຊີຟິກ ເຄີຍໃຊ້ຊີວິດຢູ່ປະເທດລາວຫຼາຍປີ ແລະ ມີປະສົບການຂັບລົດຈາກນະຄອນຄຸນໝິງໄປຮອດນະຄອນຫຼວງວຽງຈັນ, ສະນັ້ນລາວຈຶ່ງມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນສະທ້ອນທີ່ທາງລົດໄຟລາວ-ຈີນນໍາມາແກ່ວັດທະນະທໍາ ແລະ ການທ່ອງທ່ຽວ, ເສດຖະກິດ, ການຊອກວຽກເຮັດງານທໍາ ຕາມແລວທາງ. ທ່ານ ພີເຕີ ໄຊມອນ ເຫັນວ່າ, ຈາກແງ່ມຸມຂອງການປ່ຽນແປງສະພາບດິນຟ້າອາກາດ, ການທ່ອງທ່ຽວຕາມທາງລົດໄຟ ໄດ້ຫຼຸດຜ່ອນການປ່ອຍອາຍກາກບອນຫຼາຍສົມຄວນເມື່ອທຽບກັບການເດີນທາງຜ່ານການບິນ. ປັດຈຸບັນນີ້, ອຸປະກອນສະໜັບສະໜູນ ຊອບແວຣ (software) ທີ່ສົມທົບກັບທາງລົດໄຟ ຄວນກາຍເປັນຈຸດສໍາຄັນທີ່ສຸດໃນການສ້າງແລວເສດຖະກິດວັດທະນະທໍາ-ທ່ອງທ່ຽວສາກົນ ຕາມທາງລົດໄຟລາວ-ຈີນ, ຍົກຕົວຢ່າງວ່າ ຄວນຊຸກຍູ້ການເຊື່ອມໂຍງລະຫວ່າງ ທາງລົດໄຟ, ທາງຫຼວງ, ທາງອາກາດ ໃນສາມປະເທດຈີນ-ລາວ-ໄທ ຢ່າງຮອບດ້ານ, ເຜີຍແຜ່ການຊື້ປີ້ລົດປີ້ດຽວ ກໍສາມາດຂຶ້ນລົດລົງລົດຕາມສະບາຍໃນຕະຫຼອດທາງ, ປັບປຸງການບໍລິການດ້ານການທ່ອງທ່ຽວສັງລວມໃນສະຖານີຕ່າງໆ, ບັນຫາດັ່ງກ່າວລ້ວນແຕ່ຕ້ອງການວາງແຜນສະເພາະ ແລະ ບັນລຸຕາມເປົ້າໝາຍເປັນກ້າວໆ.

ແລວທີ່ລຽບຕາມທາງລົດໄຟລາວ-ຈີນ ເປັນຈຸດໝາຍປາຍທາງການທ່ອງທ່ຽວສໍາລັບທຸກສະພາບອາກາດ ແລະ ຫຼິ້ນໄດ້ຕະຫຼອດລະດູການ, ຊຶ່ງໄດ້ລວບລວມທິວທັດທໍາມະຊາດປະສົມປະສານພູພຽງ, ຮ່ອມພູ, ທົ່ງພຽງ ແລະ ບຸນປະເພນີ ທີ່ຫຼາກຫຼາຍ, ສອດຄອງກັບຄວາມມຸ່ງຫວັງຂອງນັກທ່ອງທ່ຽວທົ່ວໂລກ. ພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງຢູນນານ ໄດ້ສົມທົບຊັບພະຍາກອນທີ່ມີເອກະລັກ, ພື້ນຖານການພັດທະນາ, ຄວາມຕ້ອງການຂອງລູກຄ້າ ຕາມທາງລົດໄຟລາວ-ຈີນ ວາງແຜນເສັ້ນທາງການທ່ອງທ່ຽວ 7 ຫົວຂໍ້. ເຊັ່ນ ໄປທ່ຽວເມືອງລະດູບານໃໝ່, ຜ່ອນຄາຍຢູ່ນະຄອນຢູ້ຊີ, ຊອກຄົ້ນແຫຼ່ງຊາທີ່ນະຄອນພູເອີ, “ຊ້າງ”ສິບສອງພັນນາ, ຫຼວງພະບາງ-ເມືອງມໍລະດົກໂລກ, ວັງວຽງເຕັມໄປດ້ວຍສາຍພູສາຍນໍ້າ ໄດ້ເຊື່ອມຕໍ່ 7 ຕົວເມືອງທີ່ລຽບຕາມທາງລົດໄຟລາວ-ຈີນ, ເພື່ອພະຍາຍາມເຮັດໃຫ້ການສ້າງແລວເສດຖະກິດວັດທະນະທໍາ-ທ່ອງທ່ຽວສາກົນ ຕາມທາງລົດໄຟລາວ-ຈີນ ໃຫ້ເປັນເວທີທີ່ເປີດປະຕູສູ່ພາຍນອກ ແລະ ຊົມໃຊ້ຮ່ວມກັນ, ເຮັດໃຫ້ນັກທ່ອງທ່ຽວສາມາດນັ່ງຂະບວນລົດໄຟລາວ-ຈີນ ໄປຮອດບັນດາເມືອງຂອງຈີນ ແລະ ບັນດາປະເທດລຸ່ມແມ່ນໍ້າຂອງ.

ກອງປະຊຸມສໍາມະນາດັ່ງກ່າວໄດ້ຖະແຫຼງ ຂໍ້ລິ່ເລີ່ມ ການສ້າງແລວເສດຖະກິດວັດທະນະທໍາ-ທ່ອງທ່ຽວສາກົນ ຕາມທາງລົດໄຟລາວ-ຈີນ, ສະເໜີວ່າຈະສືບຕໍ່ປັບປຸງນະໂຍບາຍດ້ານການທ່ອງທ່ຽວຕາມທາງລົດໄຟລາວ-ຈີນ, ສືບຕໍ່ເພີ່ມທະວີການວາງແຜນ ແລະ ການປະສານງານດ້ານການທ່ອງທ່ຽວຕາມທາງລົດໄຟ, ສືບຕໍ່ເພີ່ມທະວີການສ້າງສິ່ງອໍານວຍຄວາມສະດວກຕາມທາງລົດໄຟລາວ-ຈີນ, ຊຸກຍູ້ການເປີດປະຕູສູ່ພາຍນອກ ແລະ ຮ່ວມກັນຊົມໃຊ້ຢ່າງມີລະດັບສູງກວ່າເກົ່າ ແລະ ເຂັ້ມແຂງກວ່າເກົ່າ, ເຕົ້າໂຮມອົງປະກອບໜ່ວຍງານນະວັດຕະກໍາລະດັບໂລກ ເພື່ອຮ່ວມສ້າງເສັ້ນທາງສາຍຄໍາ ສໍາລັບການທ່ອງທ່ຽວເຊີງວັດທະນະທໍາ.

ນັກຂ່າວ: Wang Huan, Yang Chunmei, Qin Xuedan ບັນນາທິການ: Yang Chunmei