ລົດຊາດຫວານຊື່ນຈາກປະເທດໄທເຂົ້າສູ່ ແຂວງຢູນນານ

Yunnan Gateway, December 1, 2023
Size:

ຫວ່າງມໍ່ໆມານີ້, ທ່ານ ເມິງຟານເຊີ້ງ (Meng Fansheng) ປະທານສະພາບໍລິຫານ ບໍລິສັດການຄ້າ ຊິງເຊີ້ງຫຼອງ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ “ຫວັງວ່າໂດຍຜ່ານທາງລົດໄຟລາວ-ຈີນ, ຈະສາມາດນໍາເອົາລົດຊາດຫວານຊື່ນຈາກປະເທດໄທເຂົ້າສູ່ທົ່ວປະເທດຈີນ.

ທ່ານ ເມິງຟານເຊີ້ງ ສຸມໃສ່ການນໍາເອົາລົດຊາດຫວານຊື່ນຈາກປະເທດໄທໃຫ້ແກ່ຜູ້ບໍລິໂພກແຂວງຢູນນານ, ທ່ານເຫັນວ່າ, ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ໄດ້ຊຸກຍູ້ການໄປມາຫາສູ່ ແລະ ການຄ້າລະຫວ່າງ ແຂວງຢູນນານ ກັບ ປະເທດອາຊີຕາເວັນອອກສຽງໃຕ້. “ທາງລົດໄຟສາຍນີ້ໄດ້ສ້າງຮູບແບບການຂົນສົ່ງທີ່ສະດວກວ່ອງໄວອີກຢ່າງໜຶ່ງໃຫ້ພວກເຮົາ, ຕໍ່ໄປ, ພວກເຮົາກໍຈະທົດລອງນໍາເຂົ້າສິນຄ້າຈາກປະເທດໄທ ແລະ ຫຼາຍປະເທດອາຊີຕາເວັນອອກສ່ຽງໃຕ້ໂດຍຜ່ານທາງລົດໄຟລາວ-ຈີນ.”ບໍລິສັດຂອງທ່ານເມິງຟານເຊີ້ງ ຕົ້ນຕໍແມ່ນດໍາເນີນທຸລະກິດການນໍາເຂົ້າໝາກໄມ້ຈາກປະເທດໄທ ເຊັ່ນ: ເຄື່ອງດື່ມລົດຊາດຮິບໂປ, ໝາກມັງຄຸດ, ໝາກພ້າວຂຽວເປັນຕົ້ນ. ທ່ານ ເມິງຟານເຊີ້ງ ກ່າວວ່າ, ໂຊກດີຫຼາຍ ທີ່ປີກາຍນີ້ພວກເຮົາໄດ້ນໍາເອົາເຄື່ອງດື່ມລົດຊາດຮິບໂປ ມາເຂົ້າຮ່ວມງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ, ນີ້ເປັນໂອກາດທີ່ດີຕໍ່ການບຸກເບີກຕະຫຼາດຈີນຂອງພວກເຮົາ, ໃນງານວາງສະແດງ, ພວກເຮົາໄດ້ຮັບລູກຄ້າ ແລະ ຄູ່ຮ່ວມມືເປັນຈຳນວນຫຼາຍສົມຄວນ, ນີ້ຖືວ່າເປັນການເລີ່ມຕົ້ນທີ່ດີ.”

ທ່ານກ່າວວ່າ: “ລູກຄ້າຈີນນັບມື້ນັບນິຍົມເຄື່ອງດື່ມຈາກໄທ, ພວກເຮົາສາມາດພົບເຫັນເພື່ອນມິດທີ່ນິຍົມເຄື່ອງດື່ມລົດຊາດຮິບໂປເລື້ອຍໆ, ເມື່ອເຫັນຜະລິດຕະພັນໄທໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຈີນ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ.”

ຂ່າວ: ໂກສຽວຣົງ, ຫວັງຮວນ