ກອງກຳປັ່ນປ້ອງກັນການເດີນເຮືອຊຸດທີ 44 ຂອງກອງທັບເຮືອຈີນໄດ້ເດີນທາງໄປຮອດມຽນມາ

CRI, November 29, 2023
Size:

    ວັນທີ 27 ພະຈິກນີ້, ກອງກໍາປັ່ນປ້ອງກັນການເດີນເຮືອຊຸດທີ 44 ຂອງກອງທັບເຮືອຈີນໄດ້ເດີນທາງໄປຮອດນະຄອນຢາງກຸ້ງປະເທດມຽນມາ ແລະ ເລີ່ມການຢ້ຽມຢາມໄມຕີຈິດມິດຕະພາບທີ່ເປັນເວລາ 4 ວັນ.

    ໃນໄລຍະຢ້ຽມຢາມມຽນມາ, ຜູ້ບັນຊາການກອງກຳປັ່ນຈີນຈະພົບປະກັບຜູ້ນຳຂັ້ນສູງຂອງກອງທັບ ແລະ ທ້ອງຖິ່ນມຽນມາ, ນາຍ ແລະ ພົນທະຫານກອງກຳປັ່ນຈີນ ແລະ ກອງທັບເຮືອມຽນມາຈະຈັດກິດຈະກຳຕ່າງໆ ຄື: ການແລກປ່ຽນດ້ານວິຊາການ, ຢ້ຽມຢາມສຳຫຼວດສິ່ງກໍ່ສ້າງດ້ານການທະຫານເຊິ່ງກັນ ແລະ ກັນເປັນຕົ້ນ.