ໂຄງການພະລັງງານລົມແຫ່ງທໍາອິດຂອງປະເທດລາວ ໄດ້ບັນລຸເປົ້າໝາຍໃໝ່

Yunnan Gateway, November 24, 2023
Size:

ຫວ່າງມໍ່ໆມານີ້ໂຄງການພະລັງງານລົມແຫ່ງທໍາອິດຂອງປະເທດລາວທີ່ຮັບເໝົາກໍ່ສ້າງ ໂດຍບໍລິສັດ POWER CHINA ໄດ້ສໍາເລັດການຕິດຕັ້ງເສົາກັງຫັນລົມໜ່ວຍທໍາອິດ.

ໂຄງການໄຟຟ້າພະລັງງານລົມມອນຊູນວິນຕັ້ງຢູ່ແຂວງເຊກອງ ແລະ ແຂວງອັດຕະປື, ວຽກງານວິສະວະກໍາກໍ່ສ້າງລວມມີ ສະໜາມພະລັງງານລົມ 600 MW, ສະຖານີໄຟຟ້າ 5 ແຫ່ງ ແລະ ສາຍສົ່ງໄຟຟ້າ 500 KV.

ໂຄງການດັ່ງກ່າວຈະສາມາດຜະລິດໄຟຟ້າ ປະມານ 1,72 ຕື້ kWh ຕໍ່ປີ, ໃນຕະຫຼອດອາຍຸການດໍາເນີນງານສາມາດການຫຼຸດການປ່ອຍກາກບອນ 35 ລ້ານໂຕນ. ຫຼັງຈາກສ້າງສໍາເລັດແລ້ວ ຈະສົ່ງໄຟຟ້າໄປເຖິງປະເທດຫວຽດນາມເປັນຕົ້ນຕໍ, ຊຶ່ງເປັນຄັ້ງທໍາອິດທີ່ປະເທດລາວໄດ້ສົ່ງອອກໄຟຟ້າທີ່ໃຊ້ພະລັງງານໃໝ່ໄປຕ່າງປະເທດ, ນີ້ບໍ່ພຽງແຕ່ໄດ້ຜ່ອນຄາຍສະພາບການຂາດແຄນໄຟຟ້າໃນພາກກາງຂອງຫວຽດນາມໄດ້ຢ່າງມີປະສິດທິພາບ, ຍັງໄດ້ສະໜອງພະລັງງານສີຂຽວໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວອີກດ້ວຍ.



ແຫຼ່ງຂ່າວ: ເລກບັນຊີທາງການວີແຊັດຂອງບໍລິສັດ POWER CHINA ບັນນາທິການ: Yang Chunmei