ໜ່ວຍປິ່ນປົວສຸກເສີນແພດພື້ນເມືອງຈີນຂອງໄທສ້າງຕັ້ງຂຶ້ນຢູ່ນະຄອນຫຼວງບາງກອກ

CRI, November 21, 2023
Size:

ວັນທີ 19 ພະຈິກນີ້, ໜ່ວຍປິ່ນປົວສຸກເສີນແພດພື້ນເມືອງຈີນ ຂອງໄທທີ່ປະກອບດ້ວຍ ສະມາຄົມແພດພື້ນເມືອງຈີນຂອງໄທ, ສະຖາບັນວິທະຍາສາດແພດພື້ນເມືອງຈີນຂອງໄທແລະອົງການບໍລິຈາກການແພດເພື່ອການກຸສົນ ຮວາໂທ ຂອງໄທໄດ້ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທ.

ອີງຕາມຂ່າວລາຍງານໃຫ້ຮູ້ວ່າ ສະມາຊິກຂອງໜ່ວຍປິ່ນປົວສຸກເສີນແພດພື້ນເມືອງຈີນຂອງໄທ ແມ່ນທ່ານໝໍທີ່ມາຈາກອົງການການແພດແຫ່ງຕ່າງໆຂອງໄທ, ເຂົາເຈົ້າຈະດຳເນີນການເຄື່ອນໄຫວປິ່ນປົວສຸກເສີນເພື່ອການກຸສົນໃນຂອບເຂດທົ່ວປະເທດໄທ, ການປິ່ນປົວທັງຫມົດຈະບໍ່ເສຍຄ່າ.