ກອງປະຊຸມເວທີເປິກສາຫາລືລະດັບສູງຄັງປັນຍາຈີນ-ກຳປູເຈຍຄັ້ງທີ 3 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

CRI, November 15, 2023
Size:

ວັນທີ 1 ພະຈິກນີ້, ກອງປະຊຸມເວທີເປິກສາຫາລືລະດັບສູງຄັງປັນຍາຈີນ-ກຳປູເຈຍຄັ້ງທີ 3 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງນີ້ມີຫົວຂໍ້ຫຼັກວ່າ: ເກາະແຂນກັນລົງເລິກຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່. ນັກວິຊາການທີ່ເຂົ້າຮ່ວມກອງປະຊຸມໄດ້ເປິກສາຫາລືແລະແລກປ່ຽນກັນໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ຜົນສຳເລັດການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍ, ຂອບການຮ່ວມມື “ວົງເພັດ” ກັບຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ ແລະອື່ນໆ, ຍັງໄດ້ຈ້ອງມອງເບິ່ງຊ່ອງທາງການບັນລຸການເກາະແຂນກັນລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍການເປັນເຈົ້າພາບຮ່ວມຂອງສະຖາບັນວິທະຍາສາດສັງຄົມຈີນ ແລະ ສະຖາບັນຄົ້ນຄວ້າລາຊະອານາຈັກກຳປູເຈຍ.