ກອງປະຊຸມສຳມະນາການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈີນ-ມຽນມາຈັດຂຶ້ນຢູ່ມຽນມາ

CRI, November 15, 2023
Size:

    ກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ຈີນ ແລະ ມຽນມາຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’ ເພື່ອເກາະແຂນກັນນຳໃຊ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ” ໄດ້ຈັດຂຶ້ນຢູ່ນະຄອນຢາງກຸ້ງ, ປະເທດມຽນມາໃນວັນທີ 26 ຕຸລານີ້ ເຊິ່ງໄດ້ແນະນຳຜົນງານຂອງກອງປະຊຸມຄັ້ງທີ 3 ເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ ‘ໜຶ່ງແລວໜຶ່ງເສັ້ນທາງ’ ຕໍ່ວົງການຕ່າງໆຂອງມຽນມາ ເພື່ອຮ່ວມກັນເປິກສາຫາລືການຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’ ລະຫວ່າງຈີນກັບມຽນມາ.

    ທ່ານ ເຊີນໄຫ ເອກອັກຄະລັດຖະທູດຈີນປະຈຳມຽນມາ ໄດ້ກ່າວຄຳປາໄສໂດຍຊີ້ອອກວ່າ: ມຽນມາແມ່ນຝ່າຍເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນປະໂຫຍດໃນການຮ່ວມມືສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’, ຈີນ ແລະ ມຽນມາຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການສ້າງແລວເສດຖະກິດຈີນ-ມຽນມາ ໄດ້ຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງມຽນມາ ພ້ອມທັງສ້າງຄວາມຜາສຸກໃຫ້ປະຊາຊົນມຽນມາ.

    ໃນກອງປະຊຸມສຳມະນາຄັ້ງນີ້, ຜູ້ຕາງໜ້າວິສາຫະກິດຈີນ ໄດ້ແນະນຳສະພາບຄວາມຄືບໜ້າ ແລະ ຜົນສະທ້ອນທາງບວກຂອງໂຄງການຕ່າງໆ, ເຊັ່ນ: ທ່າກຳປັ່ນກຽວຄິວ ແລະ ເຂດເສດຖະກິດພິເສດ, ການເຊື່ອມຕໍ່ທາງລົດໄຟລະຫວ່າງຈີນກັບມຽນມາ ແລະອື່ນໆ. ຜູ້ເຂົ້າຮ່ວມຂອງມຽນມາ ໄດ້ບັນຍາຍເຖິງໂອກາດ ແລະຄວາມສຸກຂອງມຽນມາທີ່ໄດ້ມາຈາກການຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’ ຈາກມູມການພັດທະນາແຫ່ງຊາດ, ການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ,ການແລກປ່ຽນ ແລະ ການຮ່ວມມືດ້ານການສຶກສາ ແລະອື່ນໆ.