ເປີດຂະບວນລົດໄຟທ່ອງທ່ຽວປັກກິ່ງ-ນະຄອນຫຼວງວຽງຈັນຕາມເສັ້ນທາງລົດໄຟຈີນ-ລາວ

CRI, November 14, 2023
Size:

ນັບແຕ່ເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວເປັນເວລາເກືອບ 2 ປີຜ່ານມາ, ຂອບເຂດຂະບວນລົດໄຟໂດຍສານສາກົນເປີດກວ້າງອອກເລື້ອຍໆ, ວັນທີ 13 ພະຈິກນີ້, ຂະບວນລົດໄຟທ່ອງທ່ຽວປັກກິ່ງ-ນະຄອນຫຼວງວຽງຈັນໄດ້ເປີດບໍລິການຢ່າງເປັນທາງການ.

ເວລາ 2 ໂມງ 2 ນາທີ, ຂະບວນລົດໄຟທ່ອງທ່ຽວໄດ້ເດີນທາງອອກຈາກນະຄອນຫຼວງປັກກິ່ງ, ຫຼັງຈາກນັ້ນຈະຜ່ານແຂວງກຸ້ຍໂຈ່ວ ແຂວງຢຸນນານ ແລະແຂວງອື່ນໆຂອງຈີນ, ແລ້ວເດີນທາງຕາມເສັ້ນທາງລົດໄຟຈີນ-ລາວໄປຮອດນະຄອນຫຼວງວຽງຈັນ, ໃນນັ້ນຈະຈອດຢູ່ຫຼວງພະບາງ, ວັງວຽງ, ແລະນະຄອນຫຼວງວຽງຈັນ, ຂາກັບຍັງຈະຜ່ານແຫຼ່ງທ່ອງທ່ຽວຫຼາຍແຫ່ງຂອງຈີນ, ເຊິ່ງຈະໃຊ້ເວລາທັງໝົດ 15 ວັນ.