ຜູ້ຕາງໜ້າຊາວໜຸ່ມພັກການເມືອງຂອງບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້: ຍິນດີເປັນຜູ້ເຂົ້າຮ່ວມແລະຜູ້ຊຸກຍູ້ “ໜຶ່ງແລວໜຶ່ງເສັ້ນທາງ”

CRI, November 14, 2023
Size:

      ຫວ່າງມໍ່ໆມານີ້,ກິດຈະກຳແລກປ່ຽນ “ພັກການເມືອງ+ສ້າງຄວາມສາມາດໃຫ້ແກ່ຊາວໜຸ່ມ” ຂອງກອງປະຊຸມສົນທະນາລະຫວ່າງພັກຄອມມູນິດຈີນກັບພັກການເມືອງຂອງບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລຊົນເຜົ່າຢຸນນານຂອງຈີນ ໂດຍມີຜູ້ຕາງໜ້ານັກວິຊາການທີ່ເປັນຊາວໜຸ່ມຈາກພັກການເມືອງແລະຄັງປັນຍາຂອງຫຼາຍປະເທດເຊັ່ນ: ຈີນ,ກຳປູເຈຍ,ອິນໂດເນເຊຍ,ໄທ,ມາເລເຊຍ,ມານດິຟ,ເນປານ,ປາກິດສະຖານ, ສີລັງກາແລະອື່ນໆຫຼາຍສິບຄົນໄດ້ເຂົ້າຮ່ວມ. ຜູ້ຕາງໜ້າຂອງຫຼາຍປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ກ່າວວ່າ: ຍິນດີເປັນຜູ້ເຂົ້າຮ່ວມແລະຜູ້ຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.