ກອງປະຊຸມໜ່ວຍງານຮ່ວມກ່ຽວກັບການຮ່ວມມືດ້ານຄວາມສາມາດດ້ານການຜະລິດລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 5 ໄດ້ຈັດຂຶ້ນ ທີ່ນະຄອນໜານໜິງເຂດກວາງຊີ ສປ ຈີນ

lmcchina.org, October 9, 2023
Size:

ໃນຕອນເຊົ້າວັນທີ 18 ກັນຍາຜ່ານມາ, ກອງປະຊຸມ ໜ່ວຍງານຮ່ວມ ກ່ຽວກັບການຮ່ວມມືດ້ານຄວາມສາມາດດ້ານການຜະລິດລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 5 (ຂັ້ນກົມ) ໄດ້ຈັດຂຶ້ນທີ່ນະຄອນໜານໜິງ ເຂດກວາງຊີ ສປ ຈີນ ໂດຍການເປັນປະທານຮ່ວມ  ຂອງ ຝ່າຍຈີນ ແລະ ຝ່າຍໄທ ໂດຍມີ ທ່ານ ກາວຈ້ຽນ ຮອງຫົວໜ້າກົມ, ພະນັກງານທຽບເທົ່າຫົວໜ້າກົມ ກົມການລົງທຶນຕ່າງປະເທດ ຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດ  ສປ ຈີນ ແລະ ທ່ານ ຊູນ ເວີນວູ ຜູ້ຮັບຜິດຊອບອົງການການຮ່ວມມືແມ່ນໍ້າຂອງ ກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ຮ່ວມເປັນປະທານກອງປະຊຸມ. ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ແຜນປະຕິບັດງານ ວ່າດ້ວຍການຮ່ວມມືດ້ານຄວາມສາມາດດ້ານການຜະລິດ ລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄລຍະ 3 ປີ (2024-2026), ວຽກງານສໍາຄັນ ໃນການຮ່ວມມືດ້ານຄວາມສາມາດດ້ານການຜະລິດ ໃນພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃນຂັ້ນຕໍ່ໄປ ແລະ ອື່ນໆ, ເຊິ່ງກອງປະຊຸມໄດ້ບັນລຸຄວາມຮັບຮູ້ເປັນເອກະພາບຮ່ວມກັນຫຼາຍປະການ. ບັນດາຫົວໜ້າກົມ ຂອງພາກສ່ວນກ່ຽວຂ້ອງກັບວຽກງານການຮ່ວມມືດ້ານຄວາມສາມາດດ້ານການຜະລິດ ໃນພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຂອງປະເທດກໍາປູເຈຍ, ລາວ, ມຽນມ້າ, ໄທ ແລະ ຜູ້ຮັບຜິດຊອບກ່ຽວຂ້ອງ ຂອງກົມອາຊີ ກະຊວງການຕ່າງປະເທດ (ກອງເລຂາ ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແຫ່ງ ສປ ຈີນ) ແລະ ສູນການຮ່ວມມືສາກົນ ຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດ ສປ ຈີນ ກໍໄດ້ເຂົ້າຮ່ວມ.