ທ່ານສີຈິ້ນຜິງພົບປະກັບສົມເດັດ ໂນໂລດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍ

CRI, September 27, 2023
Size:


ຕອນເຊົ້າວັນທີ 23 ກັນຍານີ້ ຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບສົມເດັດ ໂນໂລດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍທີ່ເຂົ້າຮ່ວມພິທີເປີດງານມະຫາກຳກິລາເອຊຽນເກມຄັ້ງທີ 19.

ໃນໂອກາດດັ່ງກ່າວ, ທ່ານສີຈິ້ຜິງກ່າວເນັ້ນໜັກວ່າ: ປີນີ້ເປັນປີຄົບຮອບ10ປີທີ່ຂ້າພະເຈົ້າສະເໜີແນວຄິດ “ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະມີຄວາມໂອບເອື້ອອາລີຕໍ່ກັນ”, ສາຍພົວພັນຈີນ-ກຳປູເຈຍໂຮມສູນສະແດງໃຫ້ເຫັນເຖິງແນວຄິດນີ້ກໍຄືຈີນຍຶດໝັ້ນໃນທິດທາງການຕ່າງປະເທດກັບບັນດາປະເທດອ້ອມຂ້າງທີ່ເປັນເພື່ອນບ້ານທີ່ດີຕໍ່ກັນ, ເປັນຄູ່ຮ່ວມກັນ. ຈີນສະໜັບສະໜູນກຳປູເຈຍເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ສະໜັບສະໜູນກຳປູເຈຍບັນລຸສະຖຽນລະພາບແລະການພັດທະນາ, ສະໜັບສະໜູນກຳປູເຈຍເສີມຂະຫຍາຍບົດບາດທີ່ສຳຄັນໃນເວທີສາກົນແລະພາກພື້ນ. ສອງຝ່າຍຄວນສືບຕໍ່ຊຸກຍູ້ການແລກປ່ຽນແລະຮ່ວມມືກັນໃນຂົງເຂດຕ່າງໆເຊັ່ນ: ການສຶກສາ, ວັດທະນະທຳ, ຊາວໜຸ່ມແລະອື່ນໆ, ເພື່ອເຮັດໃຫ້ມິດຕະພາບຈີນ-ກຳປູເຈຍເຂົ້າເຖິງຈິດໃຈຂອງປະຊາຊົນ.


ສົມເດັດສີຫາໂມນີກ່າວວ່າ: ຈີນເຄີຍຈັດງານມະຫາກຳກິລາເອຊຽນເກມຢ່າງສຳເລັດຜົນມາແລ້ວສອງຄັ້ງ, ຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຢ່າງເຂັ້ມແຂງຂອງທ່ານປະທານສີຈິ້ນຜິງ, ຈີນຈະສາມາດຈັດງານມະໂຫລານດ້ານກິລາທີ່ໜ້າຊົມແລະປະທັບໃຈໃຫ້ກັບຊາວໂລກໄດ້ອີກຄັ້ງໜຶ່ງຢ່າງແນ່ນອນແລະປະກອບສ່ວນອັນໃໝ່ເຂົ້າໃນການສົ່ງເສີມຄວາມສາມັກຄີແລະມິດຕະພາບຂອງມະຫາຄອບຄົວອາຊີ. ກຳປູເຈຍເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ, ຍິນດີຮ່ວມກັບຈີນຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ສ້າງຄູ່ຮ່ວມຊາຕາກຳກຳປູເຈຍ-ຈີນ. ຂໍອວຍພອນໃຫ້ມິດຕະພາບກຳປູເຈຍ-ຈີນຈົ່ງໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.