ກອງປະຊຸມເວທີເປິກສາຫາລືການສົນທະນາດ້ານຍຸດທະສາດລະຫວ່າງຄັງປັນຍາຈີນ-ອາຊຽນຄັ້ງທີ 15 ຈັດຂຶ້ນຢູ່ນະຄອນນານນິງ

CRI, September 27, 2023
Size:

ວັນທີ 21 ກັນຍານີ້, ກອງປະຊຸມເວທີເປິກສາຫາລືການສົນທະນາດ້ານຍຸດທະສາດລະຫວ່າງຄັງປັນຍາຈີນ-ອາຊຽນຄັ້ງທີ 15 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ.

ຫົວຂໍ້ຂອງເວທີເປິກສາຫາລືຄັ້ງນີ້ແມ່ນ “ອຸທິດສະຕິປັນຍາ,ຮ່ວມຊາຕາກຳ--ຮ່ວມມືກ້າວສູ່ຂະບວນການໃໝ່ຂອງ ‘ໜຶ່ງແລວໜຶ່ງເສັ້ນທາງ’”, ຜູ້ຊ່ຽວຊານແລະນັກວິຊາການຈາກຄັງປັນຍາ, ໂຮງຮຽນຊັ້ນສູງແລະສະຖານກົງສຸນຂອງປະເທດສະມາຊິກອາຊຽນປະຈຳນະຄອນນານນິງຂອງກຳປູເຈຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມແລະອື່ນໆ, ອົງການແຫ່ງລັດ, ຫົວໜ່ວຍຄັງປັນຍາແລະໂຮງຮຽນຊັ້ນສູງຫຼາຍແຫ່ງກໍຄືຜູ້ຕາງໜ້າວິສາຫະກິດຂອງຈີນແລະອື່ນໆທັງໝົດ 300 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມແລະໄດ້ດຳເນີນການສົນທະນາ, ແບ່ງປັນສະຕິປັນຍາ,ບຸກເບີກການຮ່ວມມືແລະເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍປິ່ນອ້ອມຫົວຂໍ້ຂອງເວທີເປິກສາຫາລືແລະວາລະກອງປະຊຸມຕ່າງໆ.

ທ່ານ ຄັງລາສີ ແກ້ວບຸນພັນ ຮອງຫົວໜ້າສະຖາບັນເສດຖະກິດສັງຄົມແຫ່ງຊາດລາວໄດ້ກ່າວຄຳປາໄສໂດຍຊີ້ໃຫ້ເຫັນວ່າ: ຈີນແລະປະເທດສະມາຊິກອາຊຽນຕ້ອງເພີ່ມທະວີການຮ່ວມມືກັນ, ເພື່ອຊຸກຍູ້ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼືອາເຊັບ(RCEP)ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຮອບດ້ານ ໂດຍຜ່ານການເປີດປະຕູທີ່ເປັນລະບົບ, ພ້ອມທັງສະແຫວງຫາຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍຜ່ານການພິຈາລະນາເຖິງລະດັບການພັດທະນາແລະຄວາມມຸ່ງຫວັງດ້ານການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນຢ່າງເຕັມທີ່, ພະຍາຍາມບັນລຸການຍົກລະດັບສັນຍາການຄ້າເສລີລະຫວ່າງຈີນ-ອາຊຽນຢ່າງມີປະສິດທິຜົນ.