ການເຝິກຊ້ອມຮ່ວມດ້ານເສນາຮັກ “ນາງຟ້າສັນຕິພາບ-2023” ຈີນ-ກຳປູເຈຍໄດ້ສຳເລັດລົງຢ່າງຈົບງາມ

CRI, September 27, 2023
Size:

ວັນທີ 21 ກັນຍານີ້, ການເຝິກຊ້ອມຮ່ວມດ້ານເສນາຮັກ “ນາງຟ້າສັນຕິພາບ-2023” ຈີນ-ກຳປູເຈຍໄດ້ດຳເນີນຢ່າງເປັນທາງການ ແລະໄດ້ຈັດພິທີປິດ. ທ່ານຕີ ເຊຮະ ຮອງນາຍົກລັດຖະມົນຕີກຳປູເຈຍ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ກວດເບິ່ງການເຝິກຊ້ອມ ແລ້ວເຂົ້າຮ່ວມພິທີປິດ.

ໃນພິທີປິດ, ກອງທັບຈີນໄດ້ມອບອຸປະກອນທາງການແພດ ເຊັ່ນ: ຢາ ແລະອື່ນໆໃຫ້ກອງທັບລາຊະອານາຈັກກຳປູເຈຍ. 

ການເຝິກຊ້ອມຮ່ວມໃນຄັ້ງນີ້ໄດ້ເລີ່ມມາແຕ່ວັນທີ 16 ກັນຍານີ້, ສອງຝ່າຍໄດ້ນຳໃຊ້ກຳລັງພົນຫຼາຍກວ່າ 700 ຄົນ, ພາຫະນະ ແລະອຸປະກອນຫຼາຍກວ່າ 1000 ຊຸດ ເຊັ່ນ: ເຮືອບິນຂົນສົ່ງY-20, ເຮືອບິນຂົນສົ່ງຄົນເຈັບY-9, ເຮືອບິນຂ້າເຊື້ອແບບບໍ່ມີຄົນຂັບ , ລົດຂົນສົ່ງຄົນເຈັບຄວາມດັນຕໍ່, ໂຮງໝໍຕູບຜ້າເຕັ້ນ ແລະອື່ນໆ.