ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ຊັບພະຍາກອນ​ນ້ຳ​ LM ຄັ້ງ​ທີ Ⅲ ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ

lmcchina.org, September 25, 2023
Size:

ໃນວັນທີ 10 ກັນຍາທີ່ຜ່ານມານີ້, ກອງປະຊຸມເວທີປຶກສາຫາລືການຮ່ວມມືດ້ານຊັບພະ ຍາກອນນ້ຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ຄັ້ງທີ  ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.ທ່ານ ທຽນເຊປິ່ນ (Tian Xuebin) ຮອງລັດຖະມົນຕີກະຊວງ ຊັໍບພະຍາກອນນໍ້າ ສປ ຈີນ,  ທ່ານ ຫວັງ ຟູ້ຄ່າງ (Wang Fukang) ເອກອັກຄະລັດຖະທູດກົມອາຊີຂອງກະຊວງການຕ່າງປະເທດ ສປ ຈີນ, ທ່ານ U Aung Kyaw Tun, ຮອງລັດຖະມົນຕີກະຊວງຄົມມະນາຄົມແລະສື່ສານມຽນມາ, ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ, ທ່ານ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນຂອງກະຊວງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ກຳປູເຈຍ, ທ່ານ ສຸຣະສີ ກິດຕິມົນທົນ, ເລຂາທິການສຳນັກງານ ຊັບພະຍາກອນນ້ຳແຫ່ງຊາດ ແຫ່ງຣາຊະອານາຈັກໄທ, ທ່ານນາງ ຫົວໜ້າກົມຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດ ພ້ອມທັງກ່າວຄຳປາໄສ.

ທ່ານ ຫວັງ ຟູ້ຄ່າງ ໄດ້ຕີລາຄາສູງຕໍ່ການຮ່ວມມື LM ດ້ານຊັບພະຍາກອນນໍ້າ, ທ່ານໄດ້ເນັ້ນໜັກວ່າ ການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນຂົງເຂດບຸລິມະສິດໃນການຮ່ວມມື LM ແລະ ເປັນຈຸດພົ້ນເດັ່ນຂອງການຮ່ວມມື, ໄດ້ປະກອບສ່ວນ ພູມປັນຍາ LM ເຂົ້າໃນການປັບປຸງການບໍລິຫານພາກພື້ນ 6 ປະເທດ.  ຜູ້ຕາງໜ້າຈາກປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື LM ດ້ານຊັບພະຍາກອນນ້ຳ ແລະ ໄດ້ສະເໜີຄຳເຫັນທີ່ດີໃນການສືບຕໍ່ເຂົ້າຮ່ວມ ແລະ ລົງເລິກການຮ່ວມມືດ້ານຊັບພະ ຍາກອນນ້ຳ. ທີ່ກອງປະຊຸມ, ໜ່ວຍງານຮ່ວມຂອງການຮ່ວມມື LM ດ້ານຊັບພະຍາກອນນໍ້າ ແລະ ກອງເລຂາຄະນະກຳມາທິການແມ່ນ້ຳຂອງ ຕ່າງກໍໄດ້ແນະນຳວຽກງານທີ່ກ່ຽວຂ້ອງຂອງການຮ່ວມມື LM ດ້ານຊັບພະຍາກອນນໍ້າຕາມລໍາດັບ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ ການປັບປຸງໂຄງລ່າງພື້ນຖານພັດທະນາຊັບພະຍາກອນນໍ້າ ແລະ ຮັບປະກັນຄວາມໝັ້ນຄົງຂອງນ້ຳໃນພາກພື້ນ, ໄດ້ມີການແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງໂດຍປິ່ນອ້ອມບັນດາຫົວຂໍ້ຕ່າງໆ ຄື: ການກໍ່ສ້າງໂຄງລ່າງພື້ນຖານພັດທະນາຊັບພະຍາກອນນໍ້າ ແລະ ຮັບປະກັນຄວາມໝັ້ນຄົງຂອງນ້ຳໃນພາກພື້ນ LM, ຊຸກຍູ້ການບັນລຸເຖິງເປົ້າໝາຍທີ່ ພົວພັນກັບນ້ຳໃນວາລະ 2030 ຂອງສະຫະປະຊາຊາດ ເພື່ອການພັດທະນາແບບຍືນຍົງ. ໜ່ວຍງານຮ່ວມຂອງການຮ່ວມມື LM ດ້ານຊັບພະຍາກອນນໍ້າ ແລະ ຄະນະເລຂາຄະນະກໍາມາທິການແມ່ນໍ້າຂອງ ໄດ້ຈັດກອງປະຊຸມພິເສດເພື່ອແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການຮ່ວມມືໃນການຄົ້ນຄວ້າ ແລະ ສ້າງເວທີ ແລະ ກົນໄກແລກ ປ່ຽນຂໍ້ມູນຂ່າວສານ. ກອງປະຊຸມໄດ້ປະກາດ ຂໍ້ລິເລີ່ມຂອງເວທີປາໄສຄັ້ງທີ  ວ່າດ້ວຍການຮ່ວມມື LM ດ້ານຊັບພະຍາກອນນໍ້າ. ມີຊ່ຽວຊານ ແລະຜູ້ຕາງໜ້າຈາກບັນດາຂະແໜງ ການຂອງລັດຖະບານ, ສະຖາບັນຄົ້ນຄວ້າວິທະຍາສາດ, ມະຫາວິທະຍາໄລ ແລະ ວິສາຫະກິດ ຈາກ 6 ປະເທດ LM ແລະ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງ ທັງໝົດ 120 ຄົນ ເຂົ້າຮ່ວມເວທີປາໄສຄັ້ງນີ້.