ນາຍົກໄທກ່າວວ່າ: ຫຼັງຈາກໄດ້ວາງນະໂຍບາຍຍົກເວັ້ນວິຊາໃຫ້ຈີນແລ້ວ ໄທໄດ້ກຽມພ້ອມຢ່າງເຕັມທີ່ເພື່ອຕ້ອນຮັບນັກທ່່ອງທ່ຽວຈີນ

CRI, September 21, 2023
Size:

ຫວ່າງມໍ່ໆມານີີ້, ທ່ານເສດຖາ ທະວີສິນ, ນາຍົກລັດຖະມົນຕີໄທໄດ້ບັນລະຍາຍກ່ຽວກັບນະໂຍບາຍຍົກເວັ້ນວິຊາໃຫ້ນັກທ່ອງທ່ຽວຈີນທີ່ໄດ້ປະກາດຫວ່າງບໍ່ດົນມານີ້ໃນໂອກາດທີ່ຄະນະລັດຖະບານໄທກວດກາວຽກງານຢູ່ແຂວງຊຽງໃໝ່ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຢູ່ທາງພາກເໜືອໄທ. ທ່ານກ່າວວ່າ: ນະໂຍບາຍການຍົກເວັ້ນວິຊາໃຫ້ຈີນຈະເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 25 ກັນຍານີ້ຫາວັນທີ 29 ກຸມພາປີ 2024, ຈະດຳເນີນໄປເປັນເວລາ 5 ເດືອນ, ເຊິ່ງພໍດີຖືກກັບໄລຍະທີ່ມີນັກທ່ອງທ່ຽວໄທແລະຈີນຫຼາຍທີ່ສຸດ, ຫວັງວ່າຈະດຶງດູດນັກທ່ອງທ່ຽວຈີນມາທ່ຽວໄທໄດ້ຫຼາຍກວ່າເກົ່າແລະຊຸກຍູ້ການພັດທະນາເສດຖະກິດຂອງໄທ.

ທ່ານເສດຖາ ທະວີສິນກ່າວຕື່ມວ່າ: ໄດ້ຮຽກຮ້ອງໃຫ້ກົມໃຫຍ່ຕຳຫຼວດໄທ, ກົມການທ່ອງທ່ຽວແຫ່ງຊາດແລະອົງການອື່ນໆສະໜອງການບໍລິການຢ່າງທັນການແລະຮອບຄອບໃຫ້ແກ່ນັກທ່ອງທ່ຽວຈີນ, ແຕ່ລະພາກສ່ວນໄດ້ກຽມຄວາມພ້ອມຢ່າງເຕັມທີ່. ນອກນີ້, ຍັງໄດ້ວາງມາດຕະການຄົບຊຸດດ້ານການທ່ອງທ່ຽວຕ່າງໆ, ລວມທັງການເພີ່ມຖ້ຽວບິນແລະອື່ນໆ.