ເວທີສົນທະນາ ລະຫວ່າງ ອະທິການບໍດີມະຫາວິທະຍາໄລປ່າໄມ້ຢູ່ລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທຳອິດໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ

lmcchina.org, September 19, 2023
Size:

ວັນທີ 5 ກັນຍາ, ເວທີສົນທະນາ ລະຫວ່າງ ອະທິການບໍດີມະຫາວິທະຍາໄລປ່າໄມ້ຢູ່ລ້ອງແມ່ນ້ຳ LM ຄັ້ງທຳອິດໄດ້ໄຂຂຶ້ນທີ່ນະຄອນຄຸນໝິງ ໂດຍມີມະຫາວິທະຍາໄລປ່າໄມ້ພາກຕາເວັນຕົກສຽງໃຕ້ ຈີນ ແລະ ອົງການຈັດຕັ້ງການຄຸ້ມຄອງການຟື້ນຟູປ່າໄມ້ ແລະ ຄວາມຍືນຍົງອາຊີ-ປາຊີຟິກເປັນຜູ້ຈັດຕັ້ງຮ່ວມ. ເວທີສົນທະນາຄັ້ງນີ້ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ “ລົງເລິກການຮ່ວມມືໃນພາກພື້ນ ແລະ ຮ່ວມສະແຫວງຫາ LM ທີ່ເປັນສີຂຽວ ແລະ ສວຍງາມ” ໂດຍມີແຂກເຂົ້າຮ່ວມທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 160 ທ່ານ, ໃນນັ້ນລວມມີອະທິການບໍດີມະຫາວິທະຍາໄລ 14 ແຫ່ງ, ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດປ່າໄມ້, ນັກປາດຜູ້ຊ່ຽວຊານ ແລະ ເຈົ້າໜ້າທີ່ປ່າໄມ້ ຂອງ 6 ປະເທດເສດຖະກິດຢູ່ລ້ອງແມ່ນ້ຳ LM ຄື ປະເທດລາວ, ກຳປູເຈຍ, ໄທ, ມຽນມາ, ຫວຽດນາມ ແລະ ຈີນ ກໍຄື ຜູ້ຮັບຜິດຊອບຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ເຊິ່ງໄດ້ເຕົ້າໂຮມກັນເພື່ອຮ່ວມກັນຄົ້ນຄວ້າປຶກສາຫາລືບັນຫາເຄັ່ງຮ້ອນຕ່າງໆ ກ່ຽວກັບການສຶກສາ ແລະ ການຄົ້ນຄວ້າວິທະຍາສາດດ້ານປ່າໄມ້ຕາມເຂດລ້ອງແມ່ນ້ຳ LM ກໍຄື ຮ່ວມສະແຫວງຫາການຊຸກຍູ້ການຮ່ວມມື ແລະ ການພັດທະນາດ້ານການສຶກສາຊັ້ນສູງດ້ານປ່າໄມ້ຢູ່ເຂດລ້ອງແມ່ນ້ຳ LM.

ຢູ່ເຂດລ້ອງແມ່ນ້ຳ LM ມີຊັບພະຍາກອນປ່າໄມ້ທີ່ອຸດົມສົມບູນ, ສະນັ້ນ, ການຮັກສາຄວາມຍືນຍົງຂອງປ່າໄມ້ ແມ່ນການຄ້ຳປະກັນໃຫ້ແກ່ລະບົບນິເວດຂອງການພັດທະນາທາງດ້ານເສດຖະກິດ-ສັງຄົມຢູ່ເຂດລ້ອງແມ່ນ້ຳ LM.  ພາຍໃຕ້ສະພາບການແຫ່ງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຊຸກຍູ້ການພັດທະນາທົ່ວໂລກ, ຂະແໜງການປ່າໄມ້ມີຂອບເຂດນັບມື້ກວ້າງອອກເລື້ອຍໆ ແລະ ໄດ້ແບກຫາບໜ້າທີ່ກໍຍິ່ງສູງຂຶ້ນຢ່າງຕໍ່ເນື່ອງ. ເວທສົນທະນາຄັ້ງນີ້ໄດ້ເສີມຂະຫຍາຍບົດບາດໃນການເປັນເວທີ ແລະ ເປັນຂົວຕໍ່, ຕັ້ງໜ້າສະແຫວງຫາທິດທາງໃໝ່ແຫ່ງການພັດທະນາ ແລະ ການປະດິດສ້າງໃໝ່ດ້ານການສຶກສາໃນຂົງເຂດປ່າໄມ້ ພາຍໃຕ້ເງື່ອນໄຂແຫ່ງໂລກາພິວັດ ເພື່ອຊຸກຍູ້ການປະຕິຮູບການສຶກສາ ແລະ ການຄົ້ນຄວ້າວິທະຍາສາດ ປ່າໄມ້ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ເຂດລ້ອງແມ່ນ້ຳ LM.

ການເປີດເວທີສົນທະນາຄັ້ງນີ້ກໍເປັນມາດຕະການຮູບປະທຳ ໃນການຈັດຕັ້ງປະຕິບັດ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ເຊິ່ງຈະປະກອບສ່ວນເຂົ້າໃນການເຜີຍແຜ່ແນວຄິດການພັດທະນາຂະແໜງການປ່າໄມ້ ແລະ ການສຶກສາປ່າໄມ້ຂອງຈີນ ກໍຄື ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການສຶກສາດ້ານປ່າໄມ້ຢູ່ພາກພື້ນ LM.