ເປີດເຜີຍ “ເມືອງແຫ່ງສະເໜ່”ຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20

CRI, September 14, 2023
Size:


   ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈະຈັດຂຶ້ນລະຫວ່າງວັນທີ 16-19 ກັນຍານີ້ຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ. ການວາງສະແດງ “ເມືອງແຫ່ງສະເໜ່” ເປັນຈຸດທີ່ບໍ່ຄວນພາດແລະໄດ້ຮັບຄວາມນິຍົມເປັນຢ່າງສູງໃນງານວາງສະແດງສິນຄ້າຈີນ-ອາຊຽນທຸກຄັ້ງຜ່ານມາ, ເຊິ່ງເຮັດໃຫ້ຜູ້ຊົມສາມາດສຳຜັດກັບມົນສະເໜ່ຂອງຕົວເມືອງຢູ່ຈີນແລະບັນດາປະເທດໃນອາຊຽນໂດຍຜ່ານງານວາງສະແດງຄັ້ງດຽວໄດ້ເລີຍ.

   ຕາມແຫຼ່ງຂ່າວຈາກກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ຮູ້ວ່າ:  “ເມືອງແຫ່ງສະເໜ່”ຂອງງານວາງສະແດງຄັ້ງນີ້ປະກອບມີ ນະຄອນຫາງໂຈ່ວ ສປ ຈີນ, ນະຄອນຫຼວງບານດາເຊຣີເບກາວານ ປະເທດບຣູໄນ, ນະຄອນຫຼວງພະນົມເປັນປະເທດກຳປູເຈຍ, ແຂວງກາລີມານຕັນເທັນກາປະເທດອິນໂດເນເຊຍ, ນະຄອນມານດາເລປະເທດມຽນມາ,ນະຄອນທູເກກາຣາວ ປະເທດຟີລິບປິນ, ສິງກະໂປ, ແຂວງຈັນທະບຸຣີ ປະເທດໄທ, ແຂວງເຊິນລາປະເທດຫວຽດນາມ, ສ່ວນປະເທດລາວຈະຈັດການວາງສະແດງໂຮມສູນ “ເມືອງແຫ່ງສະເໜ່” ໃນງານວາງສະແດງທຸກຄັ້ງຜ່ານມາ, ປະເທດມາເລເຊຍຈະຈັດການວາງສະແດງການທ່ອງທ່ຽວ, ວັດທະນະທຳແລະການພັດທະນາດ້ານຂະແໜງການບິນ.