ງານລ້ຽງສົ່ງນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ

lmcchina.org, September 4, 2023
Size:

ໃນວັນທີ 24 ຜ່ານມານີ້, ງານລ້ຽງສົ່ງນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກລັດຖະບານ ສປ ຈີນ ປະຈໍາສົກປີ 2023-2024 ໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ, ຊຶ່ງ ທ່ານ ຫວາງຊາງ ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ , ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ໃຫ້ກຽດເຂົ້າຮ່ວມໃນງານດັ່ງກ່າວ.

ໃນພິທີ, ທ່ານ ຫວາງຊາງ ໄດ້ກ່າວວ່າ ຝ່າຍຈີນໄດ້ຕັ້ງໜ້າເອົາໃຈໃສ່ຕໍ່ການດໍາເນີນການຮ່ວມມືດ້ານການສຶກສາກັບສາກົນ ເພື່ອດຶງດູດເອົານັກສຶກສາຕ່າງປະເທດ, ໂດຍສະເພາະແມ່ນນັກສຶກສາຈາກປະເທດທີ່ລຽບຕາມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງລວມທັງນັກສຶກສາຈາກປະ ເທດລາວ ໄປຮໍ່າຮຽນຢູ່ ສປ ຈີນ. ຝ່າຍຈີນຍິນດີໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການບໍາລຸງສ້າງຊັບພະຍາກອນມະນຸດເພື່ອພັດທະນາສ້າງສາປະເທດຊາດ ພ້ອມທັງເປັນການເສີມສ້າງຜູ້ສືບທອດເພື່ອມິດຕະພາບທີ່ດີລະຫວ່າງສອງຊາດ ລາວ-ຈີນ, ຫວັງຢ່າງຍິ່ງວ່າ ນັກສຶກສາຈະປະກອບສ່ວນກໍາລັງແຮງທີ່ໜຸ່ມແຫນ້ນຂອງຕົນເຂົ້າໃນວຽກງານການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ.

ທ່ານ ພຸດ ສິມມາລາວົງ ກ່າວວ່າ: ຂໍສະແດງຄວາມຂອບໃຈມາຍັງຝ່າຍຈີນທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ດ້ານການສຶກສາ ແກ່ຝ່າຍລາວໃນການສ້າງສາພັດທະນາຊັບພະຍາກອນມະນຸດ, ໃນໄລຍະຜ່ານມາ ນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຈີນ ພາຍ ຫຼັງຮຽນຈົບແລ້ວກໍໄດ້ກັບຄືນປະເທດ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງເປັນຂົວຕໍ່ສໍາຄັນໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງລາວ-ຈີນ.

ນັກສຶກສາສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ລາວ ສະແດງການຮ້ອງງິ້ວປັກກິງ ແລະ ມວຍໄທເກັກ

ອີງຕາມຂໍ້ມູນ, ສປ ຈີນ ໄດ້ສະໜອງທຶນການສຶກສາລັດຖະບານໃຫ້ແກ່ຝ່າຍລາວ ປີລະ 350 ທຶນ.