ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈະຊຸກຍູ້ການພັດທະນາສີຂຽວດ້ານອຸດສາຫະກຳວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນ

CRI, August 30, 2023
Size:

   ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈະຈັດຂຶ້ນຢູ່ນະຄອນນານນີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ລະຫວ່າງວັນທີ 16-19 ກັນຍາໜ້ານີ້. ງານວາງສະແດງຄັ້ງນີ້ຈະຈັດສັນເຂດວາງສະແດງວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນແບບອັດສະລິຍະ, ເພື່ອສ້າງເວທີສະດວກໃຫ້ແກ່ຈີນແລະອາຊຽນໃນການພັດທະນາອຸດສາຫະກຳແລະການຮ່ວມມືໃນຂົງເຂດວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນແບບອັດສະລິຍະ.

   ນອກນີ້ແລ້ວ, ງານວາງສະແດງຄັ້ງນີ້ຍັງຈະຈັດກອງປະຊຸມສຸດຍອດການພັດທະນາອຸດສາຫະກຳວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນສາກົນຈີນ-ອາຊຽນ, ເພື່ອຊອກຮູ້ວ່າພາຍໃຕ້ເບື້ອງຫຼັງ“ໜຶ່ງແລວໜຶ່ງເສັ້ນທາງ”, ເຮັດແນວໃດຈະສ້າງຮູບການພັດທະນາອຸດສາຫະກຳວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນຂອງຈີນທີ່ຫັນໜ້າສູ່ສາກົນ, ຊ່ວຍເຫຼືອຢ່າງຕໍ່ເນື່ອງເພື່ອໃຫ້ວິສາຫະກິດທຸລະກິດວັດສະດຸກໍ່ສ້າງແລະຕົກແຕ່ງພາຍໃນຂອງຈີນແລະອາຊຽນຍິ່ງຫຼາຍຂຶ້ນໃຫ້ກຳແໜ້ນໂອກາດດ້ານການຕະຫຼາດ, ລົງເລິກການແລກປ່ຽນແລະຮ່ວມມືກັນ,ພ້ອມກັນຊຸກຍູ້ການພັດທະນາແບບຍືນຍົງ.