ສຸມໃສ່ການຮ່ວມມືໃນໂຄງການ “ງານເທດສະການໝາກໄມ້ LM” ເພື່ອສ້າງຜົນສຳເລັດໃໝ່

lmcchina.org, August 29, 2023
Size:

ວັນທີ 17 ສິງຫາ, ງານນຳສະເໜີແບບເປີດເຜີຍ ຫຼື ໂຣດໂຊວ ສຳລັບໂຄງການເວທີປາໄສເຈົ້າແຂວງຂອງປະເທດຢູ່ລຽບຕາມແລວເສດຖະກິດ GMS ແລະ ງານເທສະການໝາກໄມ້ LM ປີ 2023 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງຈາກ 6 ປະເທດຢູ່ອະນຸພາກພື້ນແມ່ນ້ຳຂອງ ກໍຄື ບຸກຄົນດີເດັ່ນໃນຂະແໜງການ ແລະ ນັກວິສາຫະກິດຈຳນວນ 200 ກວ່າຄົນໄດ້ເຕົ້າໂຮມກັນຢູ່ສະຖານທີ່ຈັດງານ ແລະ ດຳເນີນການນຳສະເໜີໂຄງການ, ການແລກປ່ຽນການຮ່ວມມື, ການສະແດງຜະລິດຕະພັນ ແລະ ການລົງນາມໂຄງການໂດຍປິ່ນອ້ອມອຸດສາຫະກໍາໃຫຍ່, ເວທີໃຫຍ່, ໂຄງການໃຫຍ່ ແລະ ຊ່ອງທາງໃຫຍ່ ເພື່ອຮ່ວມກັນເປີດສັງກາດໃໝ່ແຫ່ງການຮ່ວມມືໃນແລວເສດຖະກິດ GMS ປີ 2023.

 

ງານນຳສະເໜີແບບເປີດເຜີຍສຳລັບໂຄງການເວທີປາໄສເຈົ້າແຂວງຂອງປະເທດຢູ່ລຽບຕາມແລວເສດຖະກິດ GMS ແລະ ງານເທສະການໝາກໄມ້ LM ປີ 2023 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ.

ກິດຈະກຳຄັ້ງນີ້ແມ່ນໜຶ່ງໃນບັນດາກິດຈະກຳສຳຄັນທີ່ປິ່ນອ້ອມງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 7 ແລະ ເວທີປາໄສເຈົ້າແຂວງຂອງປະເທດຢູ່ລຽບຕາມແລວເສດຖະກິດ GMS ປີ 2023 ແລະ ດຳເນີນພາຍໃຕ້ຫົວຂໍ້ “ຮ່ວມກັນຊຸກຍູ້ການອຳນວຍຄວາມສະດວກໃຫ້ແກ່ການຄ້າຜະລິດຕະພັນກະສິກຳ”. ຢູ່ສະຖານທີ່ຈັດງານ, ໄດ້ມີຜູ້ຕາງໜ້າຈາກວິສາຫະກິດ ແລະ ສະພາການຄ້າ 15 ແຫ່ງ ລວມທັງສະມາຄົມການຈໍລະຈອນໝາກໄມ້ຈີນ, ກຸ່ມບໍລິສັດ Shwe Than Lwin ມຽນມາ, ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວນເຈີ ຈຳກັດ, ບໍລິສັດການຄຸ້ມຄອງຕ່ອງໂສ້ການສະໜອງສາກົນ ຮ້າວຮົງ ຢູນນານ ເປັນຕົ້ນ ໄດ້ເຂົ້າຮ່ວມງານໂຣດໂຊວ ແລະ ການນໍາສະເໜີໂຄງການ ແລະ ໄດ້ມີ 6 ໂຄງການຮ່ວມມືໄດ້ຮັບການລົງນາມຢູ່ສະຖານທີ່ຈັດງານ, ໃນນັ້ນມີໂຄງການສູນສຸຂານາໄມພືດ ຈົງອີ້-ທ່ານາແລ້ງ ນະຄອນຫຼວງວຽງຈັນ ລາວ(ລະດັບຊາດ), ໂຄງການຖານລະບົບການບໍລິການສັງລວມແບບປະຕູດຽວສຳລັບຕ່ອງໂສ້ການສະໜອງສາກົນ ແລະ ໂຄງການສ້າງທາງດ່ວນກຳປາຍຕີ-ມີຢີນາ-ບັງສາວ ມຽນມາ ເປັນຕົ້ນ.