ທ່ານຮຸນ ມາເນັດໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່ຂອງ ກຳປູເຈຍ

CRI, August 24, 2023
Size:

ຕາມຂ່າວCRI: ວັນທີ 22 ສິງຫານີ້, ຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ,ກອງປະຊຸມຄັ້ງປະຖົມມະເລີກຂອງສະພາແຫ່ງຊາດຊຸດທີ 7 ຂອງກຳປູເຈຍໄດ້ລົງຄະແນນສຽງຮັບຮອງເອົາທ່ານຮຸນ ມາເນັດເປັນນາຍົກລັດຖະມົນຕີຄົນໃໝ່ຂອງກຳປູເຈຍ, ແລະໄດ້ຮັບຮອງເອົາການສະເໜີຊື່ຂອງຜູ້ນຳສະພາແຫ່ງຊາດແລະສະມາຊິກຄະນະລັດຖະບານ. 

ທ່ານນາງຄຸນ ສຸດາຣີ, ກຳມະການປະຈຳຄະນະກຳມະການສູນກາງພັກປະຊາຊົນກຳປູເຈຍ, ຮອງປະທານຜູ້ທີ 2 ຂອງສະພາແຫ່ງຊາດໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດກຳປູເຈຍ. ສ່ວນຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະລັດຖະບານ, ປະທານແລະຮອງປະທານ 10 ຄະນະກຳມາທິການຂອງສະພາແຫ່ງຊາດກໍໄດ້ຮັບການຮັບຮອງເອົາໃນການລົງຄະແນນສຽງທີ່ຈັດຂຶ້ນໃນມື້ດຽວກັນ.

ທ່ານຮຸນ ມາເນັດໄດ້ກ່າວຄຳປາໄສຕໍ່ສະພາແຫ່ງຊາດພາຍຫຼັງໄດ້ຮັບການເລືອກຕັ້ງ, ໂດຍໄດ້ສະແດງຄວາມຂອບໃຈຕໍ່ສະມາຊິກສະພາແຫ່ງຊາດແຕ່ລະທ່ານ, ພ້ອມທັງກ່າວວ່າລັດຖະບານຊຸດໃໝ່ຈະພະຍາຍາມຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ການປະຕິບັດການປະຕິຮູບທີ່ມີລະດັບເລິກເຊິ່ງກວ່າເກົ່າແລະກວ້າງຂວາງກວ່າເກົ່າ.