ທ່ານຫຼີສຽງໄດ້ພົບປະກັບປະທານກຸ່ມບໍລິສັດ CP ຂອງໄທ

CRI, August 23, 2023
Size:

ຕອນເຊົ້າວັນທີ 21 ສິງຫານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານເສ້ຍກົວມິນ ປະທານກຸ່ມບໍລິສັດ CP ຂອງໄທຢູ່ຫໍສະພາປະຊາຊົນແຫ່ງຊາດນະຄອນຫຼວງປັກກິ່ງ.

ທ່ານຫຼີສຽງກ່າວວ່າ: ໃນຮູບພາບອັນຍິ່ງໃຫຍ່ທີ່ແຕ້ມໃນຮອບ 45 ປີແຫ່ງການປະຕິຮູບ ແລະເປີດປະຕູສູ່ພາຍນອກຂອງຈີນ, ຊາວຈີນ ແລະຈີນຕ່າງດ້າວ ພ້ອມທັງນັກທຸລະກິດຈີນຢູ່ຕ່າງປະເທດໄດ້ມີບົດບາດທີ່ສຳຄັນ ແລະປະກອບສ່ວນຢ່າງໃຫຍ່ຫຼວງ. ຍິນດີຕ້ອນຮັບກຸ່ມບໍລິສັດCP, ນັກທຸລະກິດຈີນຢູ່ຕ່າງປະເທດ ແລະວິສາຫະກິດຈາກບັນດາປະເທດຕັ້ງໜ້າລົງທຶນຢູ່ຈີນ, ຊົມໃຊ້ໂອກາດດ້ານການພັດທະນາຮ່ວມກັນ.

ທ່ານເສ້ຍກົວມິນກ່າວວ່າ: ກຸ່ມບໍລິສັດCPມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ການພັດທະນາຂອງຈີນ, ເດັດດ່ຽວສຸມໃສ່ການພັດທະນາຢູ່ຈີນ, ຍິນດີເປີດກວ້າງການລົງທຶນຢູ່ຈີນ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະໜັບສະໜູນການປະຕິຮູບ ແລະການປະດິດສ້າງໃໝ່ຂອງຈີນ, ຊົມໃຊ້ຜົນສຳເລັດການສ້າງສາຄວາມທັນສະໄໝແບບຈີນຮ່ວມກັນ.