ງານສັບປະດາພາບແລະສຽງ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ Ⅳຈັດຂຶ້ນ ຢູ່ນະຄອນຄຸນໝິງ ໃນວັນທີ 16 – 20 ສິງຫາ ນີ້

lmcchina.org, August 17, 2023
Size:

ເມື່ອບໍ່ດົນມານີ້, ນັກຂ່າວໄດ້ຊາບຈາກ ການຖະແຫຼງຂ່າວງານສັບປະດາພາບ ແລະ ສຽງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ  ວ່າ: ງານສັບປະດາພາບ ແລະ ສຽງ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງນີ້ ຈະຈັດຂຶ້ນ ຢູ່ນະຄອນຄຸນໝິງ ໃນວັນທີ 16 - 20 ສິງຫານີ້.

ປີນີ້ ເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ປະເທດ ຈີນ ແລະ ປະເທດ ກໍາປູເຈຍ. ປະເທດ ກໍາປູເຈຍ ຈະເປັນປະເທດປະທານກິດຕິມະສັກ ໃນງານສັບປະດາພາບແລະສຽງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງນີ້. ງານສັບປະດາພາບແລະສຽງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງນີ້ ຈະຈັດ 6 ກິດຈະກໍາຫຼັກ ໂດຍປິ່ນອ້ອມຫົວຂໍ້ “ແບ່ງປັນພາບ ແລະ ສຽງ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ  ເປີດສາກບົດຄວາມທອງຄໍາຮ່ວມກັນ”, ໂດຍຈະຈັດກິດຈະກໍາຈໍານວນໜຶ່ງ ເຊັ່ນ: ງານລ້ຽງອາຫານຄໍ່າ ສໍາລັບພິທີເປີດ, ກອງປະຊຸມໂຕະມົນສື່ມວນຊົນ, ການສາຍລາຍການພາບແລະສຽງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ໄດ້ແປເປັນພາສາຈີນ ແລະ ພາສາຕ່າງປະເທດ,   ກິດຈະກໍາກ່ຽວກັບການຮ່ວມມືລະຫວ່າງສື່ມວນຊົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຕັ້ງຄ້າຍກິດຈະກໍາສ້າງວິດີໂອສັ້ນຊາວໜຸ່ມ ຈີສຽງ star” ແລະ ຫໍສໍາຜັດຜົນງານພາບແລະສຽງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ຕາມການແນະນໍາໃຫ້ຮູ້ວ່າ: ຫໍສໍາຜັດຜົນງານພາບແລະສຽງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ມີເນື້ອທີ່ໃຫຍ່ເຖິງ 150 ຕາລາງກິໂລແມັດນີ້ ຈະຕັ້ງຢູ່ຫໍເສດຖະກິດດີຈີຕອນເລກ 4 ຂອງ ຫໍວາງສະແດງສິນຄ້ານໍາເຂົ້າ-ສົ່ງອອກ ຈີນ-ອາຊີໃຕ້. ໃນໄລຍະຈັດງານ, ຈະເຊື້ອເຊີນບໍລິສັດ ແລະ ອົງການຈັດຕັ້ງນໍາໜ້າ ທີ່ດໍາເນີນທຸລະກິດດ້ານວິທະຍຸໂທລະພາບ ແລະ ພາບແລະສຽງ ຈຳນວນ 8 ແຫ່ງເຂົ້າຮ່ວມ, ເຊິ່ງຈະນໍາໃຊ້ເຕັກນິກທີ່ມີຄວາມລະອຽດສູງພິເສດ, VR/AR ແລະເຕັກນິກອື່ນໆ ເພື່ອສະແດງຜົນງານຂອງການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງດ້ານພາບແລະສຽງ.