ການຮ່ວມມືດ້ານອາຊີວະສຶກສາ ລະຫວ່າງ ລາວ-ຢຸນນານ ສືບຕໍການເດີນທາງໃໝ່

Yunnan Gateway, August 17, 2023
Size:

“ເດືອນເມສາ ປີ 2021, ທາງລົດໄຟ ລາວ-ຈີນ ໄດ້ເປີດການນໍາໃຊ້ຢ່າງເປັນທາງການ, ຊຶ່ງໄດ້ສິ້ນສຸດປະຫວັດສາດທີ່ປະເທດລາວບໍ່ມີທາງລົດໄຟ. ມື້ນີ້, ພວກເຮົາໄດ້ສໍາເລັດການຝຶກອົບຮົມດ້ານເຕັກນິກວິຊາຊີບການລົດໄຟ ແລະ ກະກຽມກັບຄືນປະເທດລາວ ກາຍເປັນຄູອາຈານດ້ານທາງລົດໄຟຊຸດທໍາອິດຂອງລາວ. ປັດຈຸບັນນີ້, ພວກເຮົາຮູ້ສຶກມີຄວາມພາກພູມໃຈຫຼາຍຕໍ່ອະນາຄົດຂອງພວກເຮົາທີ່ເຕັມໄປດ້ວຍຄວາມຄອງຄອຍອັນສວຍງາມ.” ວັນທີ 31 ກໍລະກົດທີ່ຜ່ານມາ, ພິທີປິດການສໍາມະນາຝຶກອົບຮົມ ໄດ້ຈັດຂຶ້ນທີ່ ວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ, ນັກສໍາມະນາກອນ 40 ທ່ານໄດ້ຮັບໃບປະກາດ. ເມື່ອທວນຄືນການໃຊ້ຊີວິດເປັນເວລາ 2 ປີທີ່ຜ່ານມາ, ພວກເຂົາເຈົ້າຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍ.

ຕໍ່ມາ, ວິທະຍາໄລເຕັກນິກວິຊາຊີບຄຸນໝິງ ຈະແຕ່ງຕັ້ງຄະນະຄູອາຈານໄປປະເທດລາວ, ເພື່ອ ສ້າງກົນໄກການດໍາເນີນງານ ແລະ ຮູບແບບການຄຸ້ມຄອງການສິດສອນດ້ານທາງລົດໄຟ, ຫຼັງຈາກສໍາເລັດການ ຝຶກອົບຮົມແລ້ວ ຍັງໄດ້ຕິດຕາມໄປຮອດປະເທດລາວ, ການຮ່ວມມືດ້ານອາຊີວະສຶກສາລະຫວ່າງ ລາວ-ຢຸນນານ ໄດ້ບຸກເບີກເປັນເສັ້ນທາງໃໝ່ຂອງການຮ່ວມມືສອງຝ່າຍ.

 

ທາງລົດໄຟ ລາວ-ຈີນ ເປັນໂຄງການຕົວແບບຂອງການຮ່ວມມື ລະຫວ່າງ ສອງປະເທດລາວ-ຈີນ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ທັງເປັນໂຄງການສັນຍາລັກ ຂອງ ການຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ. ວິທະຍາໄລເຕັກນິກວິຊາຊີບຄຸນໝິງ ຈະໃຊ້ເວລາ 7 ປີ ເພື່ອຊ່ວຍສ້າງລະບົບບຳລຸງສ້າງບຸກຄະລາກອນດ້ານເຕັກນິກລົດໄຟທີ່ສຸກງອກໃຫ້ແກ່ຝ່າຍລາວ.

ປີ 2022, ນັກສໍາມະນາກອນ 40 ທ່ານ ຈາກປະເທດລາວເດີນທາງຮອດນະຄອນຄຸນໝິງ. ຫຼັງຈາກຮຽນພາສາຈີນ ແລະ ທິດສະດີຂັ້ນພື້ນຖານດ້ານທາງລົດໄຟແລ້ວ, ນັກສໍາມະນາກອນໄດ້ຮັບການຝຶກອົບຮົບດ້ານເຕັກນິກວິຊາຊີບຢ່າງເປັນລະບົບ ໃນ 6 ດ້ານວິຊາຊີບ ຄື: ຄວາມຮູ້ດ້ານຫົວຈັກລົດໄຟ, ລົດຍົນ, ວິສະວະກໍາ, ການສະໜອງໄຟຟ້າ ແລະ ອື່ນໆ.

ທ່ານ ນາງ ຢູເຫວີຍຫົງ,ອາຈານ ຂອງວິທະຍາໄລເຕັກນິກວິຊາຊີບຄຸນໝິງ ກ່າວດ້ວຍຄວາມຍິນດີວ່າ: ກ່ອນໜ້ານີ້ບໍ່ດົນ, ນັກສໍາມະນາກອນທຸກຄົນ ໄດ້ຜ່ານການສອບເສັງ ແລະ ປະເມີນຜົນຕາມການອອກແບບການຮຽນ-ການສອນ, ຊຶ່ງໄດ້ຢັງຢືນວ່າທຸກຄົນສາມາດກໍາໄດ້ຄວາມຮູ້, ວິທີ ແລະ ເຕັກນິກດ້ານການຮຽນ-ການສອນຢ່າງສໍາເລັດຜົນແລ້ວ.

ທ້າວ ຄອນສະຫວັນ ສໍສົມບັດດີ ກ່າວດ້ວຍຄວາມເຊື່ອໝ້ັນຢ່າງເຕັມປ່ຽນວ່າ: ກັບຄືນລາວແລ້ວ, ຂ້າພະເຂົ້າຈະຖ່າຍທອດຄວາມຮູ້ທີ່ຮຽນໄດ້ ໃຫ້ແກ່ນັກຮຽນຢ່າງສຸດຂີດ, ຫວັງວ່າໃນອະນາຄົນ ປະເທດລາວຈະມີທາງລົດໄຟທີ່ປະດິດສ້າງເອງເສັ້ນໜຶ່ງ.

ທ້າວ ພຸດທະຈັກ ສີລິວົງ ນັກສໍາມະນາກອນກ່າວວ່າ: ໃນເວລາຫວ່າງການຮຽນ, ໂຮງຮຽນໄດ້ພາພວກເຮົາໄປທັດສະນະສຶກສາຢູ່ນະຄອນຕ້າຫຼີ, ນະຄອນລີ້ຈ່ຽງ, ເມືອງປ່າຫີນ, ນະຄອນຫຼວງປັກກິ່ງ ແລະ ສະຖານທີ່ອື່ນໆ, ຊຶ່ງພວກເຮົາໄດ້ຮັບຮູ້ວັດທະນະທໍາດັ້ງເດີມຂອງປະເທດຈີນຫຼາຍຢ່າງ, ຍັງໄດ້ສໍາຜັດເຖິງມົນສະເໜ່ ມໍລະດົກ ເຄື່ອງມືຫັດຖະກໍາທີ່ເປັນເອກະລັກຂອງທ້ອງຖິ່ນ, ການຝຶກອົບຮົມຄັ້ງນີ້ບໍ່ພຽງແຕ່ເຮັດໃຫ້ພວກເຮົາໄດ້ຮຽນຮູ້ວິຊາສະເພາະຢ່າງໜາແໜ້ນ, ຍັງໄດ້ເປີດກວ້າງສາຍຕາ ແລະ ຍົກລະດັບຄຸນສົມບັດຈັນຍາບັນຂອງອາຈານຜູ້ໜຶ່ງທີ່ຕ້ອງມີອີກດ້ວຍ.

ຕາມການແນະນໍາໃຫ້ຮູ້ວ່າ, ເດືອນກັນຍາຂອງປີນີ້, ວິທະຍາໄລເຕັກນິກວິຊາຊີບລາວ ຈະເລີ່ມສະໝັກນັກສຶກສາເປັນຄັ້ງທໍາອິດ, ຄາດວ່າຈະຮັບນັກສຶກສາ 300 ຄົນ. ໃນນາມທີ່ເປັນ “ແມ່ພິມ” ທີມຄູອາຈານຂອງປະເທດລາວ, ທ່ານ ນາງ ມະນີລາ ສົມບັນດິດ,ກົງສຸນໃຫຍ່ ສະຖານກົງສຸນໃຫຍ່ ສປປ ລາວ ປະຈໍານະຄອນຄຸນໝິງ ຫວັງວ່າ ນັກສໍາມະນາກອນ 40 ທ່ານ ນີ້ ພາຍຫຼັງກັບຄືນປະເທດລາວແລ້ວ ຈະປະກອບສ່ວນກໍາລັງແຮງຂອງຕົນເຂົ້າໃນການສ້າງສາ ແລະ ພັດທະນາວຽກງານອາຊີວະສຶກສາດ້ານທາງລົດໄຟຂອງລາວ, ສົ່ງເສີມການຮ່ວມມືໃນຂົງເຂດທາງລົດໄຟ ແລະ ການສຶກສາຂອງສອງປະເທດ ລາວ-ຈີນ, ຊຸກຍູ້ສົ່ງເສີມໃຫ້ມິດຕະພາບ ລາວ-ຈີນ ສືບຕໍ່ຂະຫຍາຍເຂົ້າສູ່ລວງເລິກເລື້ອຍໆໄປ.

 

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ