ການຝຶກອົບຮົມຄູຂອງໂຄງການສະຖາບັນເຕັກນິກທາງລົດໄຟ ທີ່ຈີນໃຫ້ການຊ່ວຍເຫຼືອ ສຳເລັດລົງດ້ວຍຜົນສຳເລັດອັນຈົບງາມ

lmcchina.org, August 13, 2023
Size:

ໃນວັນທີ 31 ກໍລະກົດ 2023, ຄູສອນເຕັກນິກທາງລົດໄຟລາວຊຸດທໍາອິດ ຈໍານວນ 40 ຄົນ ທີ່ໄປສຶກສາຄວາມຮູ້ວິຊາສະເພາະທາງລົດໄຟ ທີ່ສະຖາບັນເຕັກນິກວິຊາຊີບທາງລົດໄຟນະ ຄອນຄຸນໝິງ ສປ ຈີນ ເປັນເວລາ 1 ປີເຄິ່ງ ໄດ້ສຳເລັດການສຶກສາແລ້ວ ພ້ອມທັງໄດ້ຮັບໃບ ຢັ້ງຢືນການຈົບຫຼັກສູດດັ່ງກ່າວ. ນີ້ເປັນຂີດໝາຍສໍາຄັນໜຶ່ງ ທີ່ ສປ ຈີນໃຫ້ການສະໜັບສະໜູນ ຊ່ວຍເຫຼືອການຝຶກອົບຮົມສ້າງຂີດຄວາມສາມາດດ້ານການສຶກສາຂອງຄູ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໂຄງການສະຖາບັນເຕັກນິກວິຊາຊີບທາງລົດໄຟ ທີ່ປະເທດຈີນໄດ້ໃຫ້ການຊ່ວຍເຫຼືອລາວ ເປັນໂຄງການແກ່ນສານສໍາຄັນຕໍ່ວຽກງານທາງລົດໄຟລາວ-ຈີນ, ຊຶ່ງໂຄງການດັ່ງກ່າວ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອສ້າງສະຖາບັນເຕັກນິກວິຊາຊີບທາງລົດໄຟ ແກ່ ສປປ ລາວ ທີ່ນະຄອນ ຫຼວງວຽງຈັນ, ສະຖາບັນເຕັກນິກວິຊາຊີບທາງລົດໄຟຄຸນໝິງ ເປັນຜູ້ຮັບຜິດຊອບ “ດ້ານຫຼັກສູດການສຶກສາສ້າງຂີດຄວາມສາມາດ ແລະ ການຮ່ວມມືດ້ານເຕັກນິກການສຶກສາ” ຂອງໂຄງການດັ່ງກ່າວ.

ພາກສ່ວນນີ້ ແນໃສ່ໃຫ້ຄູສອນຄົນລາວ, ແມ່ນໝູນໃຊ້ວິທີການສ້າງຄວາມສາມາດດ້ານການສຶກສາໄປຄວບຄູ່ກັບການຮ່ວມມືດ້ານເຕັກນິກການສຶກສາ, ພ້ອມທັງໄດ້ແນະນໍາໃຫ້ຝ່າຍລາວສ້າງລະບົບການສິດສອນແບບມືອາຊີບ, ຊຸກຍູ້ການກໍ່ສ້າງດ້ານວິຊາສະເພາະ, ສ້າງວຸດທິຂອງຄູສອນ ແລະ ຕຳລາຮຽນ, ສ້າງກົນໄກການສຶກສາພາກວິຊາສະເພາະກ່ຽວກັບຂະແໜງ ທາງລົດໄຟ, ເປົ້າໝາຍລວມ ກໍເພື່ອສ້າງບຸກຄະລາກອນເຕັກນິກວິຊາຊີບທາງລົດໄຟຂອງປະ ເທດລາວທີ່ສາມາດຕອບສະໜອງໄດ້ຄວາມຕ້ອງການໃຫ້ແກ່ກໍ່ການສ້າງສາ ແລະ ການດໍາເນີນງານຂອງທາງລົດໄຟ ລາວ-ຈີນ.

ທ່ານ ຫວັງຊູ້ຮົວ (Wang Shuhua), ເລຂາພັກ ສະຖາບັນເຕັກນິກວິຊາຊີບທາງລົດໄຟຄຸນໝິງໄດ້ຍົກໃຫ້ເຫັນວ່າ: ໂຄງການທີ່ ສປ ຈີນ ໃຫ້ການຊ່ວຍເຫຼືືອ ສປປ ລາວ ໃນການກໍ່ສ້າງສະຖາບັນເຕັກນິກວິຊາຊີບທາງລົດໄຟ ແມ່ນມາດຕະການທີ່ສໍາຄັນໃນການຊ່ວຍເຫຼືອ ສປປ ລາວ, ເຕີມເຕັມ “ຊ່ອງວ່າງ” ການສຶກສາພາກວິຊາທາງລົດໄຟທີ່ຂາດຫາຍ, “ຫວັງວ່າໂຄງການດັ່ງກ່າວຈະບໍ່ພຽງແຕ່ສາມາດຍົກລະດັບບຸກຄະລາກອນເຕັກນິກທາງລົດໄຟລາວ, ພ້ອມທັງເປັນ ເວທີສືບຕໍ່ແລກປ່ຽນທາງດ້ານອະຊີວະສຶກສາຂອງສອງປະເທດ ລາວ-ຈີນ.”

ອີງຕາມຂໍ້ມູນໃຫ້ຮູ້ວ່າ ພາຍຫຼັງຄູສອນທາງລົດໄຟຊຸດທຳອິດ ສໍາເລັດການຝຶກອົບຮົມກັບຄືນປະເທດແລ້ວ, ຈະສາມາດບຳລຸງສ້າງຜູ້ກໍ່ສ້າງ ແລະ ຜູ້ບໍາລຸງຮັກສາທາງລົດໄຟ ລາວ-ຈີນ ໃນອະນາຄົດໄດ້ຫຼາຍຂຶ້ນກວ່າເກົ່າ, ຊຶ່ງຈະເປັນການຄໍ້າຈູນດ້ານບຸກຄະລາກອນທີ່ເຂັ້ມແຂງໃຫ້ແກ່ການກໍ່ສ້າງທາງລົດໄຟລາວ.