ຊຸດຝຶກອົບຮົມການປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດປະເພດມັນໃນ 3 ຂະແໜງການ LM ປີ 2023 ໄດ້ໄຂຂຶ້ນຢ່າງເປັນທາງການ

lmcchina.org, August 9, 2023
Size:

ເພື່ອເຮັດໃຫ້ການແລກປ່ຽນ ແລະ ຮ່ວມມືໃນຂົງເຂດການປຸງແຕ່ງຜົນລະປູກຮ່ວມກັບປະເທດ LM ມີຄວາມເລິກເຊິ່ງຕື່ມອີກບາດກ້າວໜຶ່ງ, ເພື່ອຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດທີ່ຢູ່ຕາມອະນຸພາກພື້ນແມ່ນ້ຳຂອງ, ຊ່ວຍຊຸກຍູ້ສ້າງແຖບການພັດທະນາເສດຖະກິດລ້ອງ LM ກໍຄື ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກໍາ ລະຫວ່າງບັນດາປະເທດ LM ທີ່ອ່ວຍໜ້າສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ, ສູນຄົ້ນຄວ້າການປຸງແຕ່ງຜົນລະປູກຂອງສະຖາບັນວິທະຍາສາດກະສິກຳແຫ່ງປະເທດຈີນໄດ້ຈັດຊຸດຝຶກອົບຮົມການປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດປະເພດມັນໃນ 3 ຂະແໜງການ LM ປີ 2023 ຢູ່ນະຄອນຫຼວງປັກກິ່ງ.

ບັນດາປະເທດທີ່ຢູ່ລຽບຕາມເຂດລ້ອງແມ່ນ້ຳ LM ລວມທັງປະເທດລາວ, ຫວຽດນາມ ແລະ ມຽນມາ ເປັນຕົ້ນ, ແມ່ນມີຊັບພະຍາກອນຜົນລະປູກປະເພດມັນທີ່ອຸດດົມສົມບູນຫຼາຍ, ເຊິ່ງໄດ້ມີບົດບາດສຳຄັນຕໍ່ເສດຖະກິດແຫ່ງຊາດຂອງປະເທດດັ່ງກ່າວ. ທ່ານ ຫວັງເຟິ້ງຈົ່ງ(Wang Fengzhong), ຫົວໜ້າສູນປຸງແຕ່ງ ໄດ້ກ່າວວ່າ ການທີ່ຊ່ຽວຊານ, ນັກວິຊາການ ແລະ ພະນັກງານເຕັກນິກຂົງເຂດປະເພດມັນຈາກປະເທດ LM ເຕົ້າໂຮມກັນເພື່ອຄົ້ນຄວ້າສຳມະນາກ່ຽວກັບການປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດໃນການເຊື່ອມໂຍງ 3 ຂະແໜງການຂອງຜົນລະປູກປະເພດມັນ ແມ່ນມີຄວາມໝາຍສຳຄັນຫຼາຍຕໍ່ການຊຸກຍູ້ການເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ແລະ ການພັດທະນາຢູ່ເຂດຊົນນະບົດຂອງປະເທດ LM ກໍຄື ຕໍ່ການຜັນຂະຫຍາຍ “ແຜນການກິດຈະການຮ້ອຍ-ພັນ-ໝື່ນດ້ານການຮ່ວມມືໃນຂົງເຂດກະສິກຳ LM”.

ບັນດາປະເທດ LM ແມ່ນມີທ່າແຮງຂອງຕົນໃນດ້ານເຕັກນິກຂອງຂະແໜງການປະເພດມັນ, ເຊັ່ນວ່າ ມັນມ້ວງຂອງຫວຽດນາມມີຮູບຊົງທີ່ສວຍງາມ, ມີຄຸນະພາບດີ ແລະ ຂາຍດີໃນຕະຫຼາດຈີນ; ມັນຕົ້ນຂອງປະເທດໄທ ແລະ ປະເທດກຳປູເຈຍ ເປັນວັດຖຸດິບສຳຄັນສຳລັບຂະ ແໜງການຜະລິດເຫຼົ້າ, ສະນັ້ນ, ການລົງເລິກຮ່ວມມືໃນຂະແໜງການຜະລິດປະເພດມັນຢ່າງຕໍ່ເນື່ອງຈະເປັນການຊ່ວຍຊູກຍູ້ການສ້າງພາກພື້ນ LM ໃຫ້ມີຄວາມໝັ້ນຄົງ, ທົນທານ, ຈະເລີນຮຸ່ງເຮືອງ, ພັດທະນາ ແລະ ມີຄວາມຜາສຸກຍິ່ງຂຶ້ນຢ່າງຫຼວງຫຼາຍ.

ການຈັດຊຸດຝຶກອົບຮົມຄັ້ງນີ້ ແມ່ນມີຈຸດປະສົງເພື່ອລົງເລິກການຮ່ວມມືດ້ານເຕັກນິກວິທະຍາສາດລະຫວ່າງປະເທດ LM, ເສີມຂະຫຍາຍທ່າແຮງດ້ານເຕັກນິກໃນຂົງເຂດການປຸງແຕ່ງປະເພດມັນຂອງປະເທດຈີນໄດ້ຢ່າງເຕັມສ່ວນ, ຊຸກຍູ້ການໂອນຖ່າຍເຕັກນິກການປຸງແຕ່ງຜະລິດຕະພັນປະເພດມັນ ສູ່ປະເທດລາວ, ຫວຽດນາມ ແລະ ມຽນມາ ເປັນຕົ້ນ ພ້ອມທັງເປັນການສ້າງຕົວແບບການຜະລິດຫັນເປັນອຸດສາຫະກຳໃນດ້ານນີ້, ບຳລຸງສ້າງບຸກຄະລາກອນເຕັກນິກດ້ານການປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດໃນການປຸງແຕ່ງຜະລິດຕະພັນປະເພດມັນ, ເລັ່ງລັດການຍົກລະດັບ ແລະ ຫັນປ່ຽນຮູບແບບພັດທະນາຂອງຂະແໜງການປະເພດມັນຂອງປະເທດ LM ກໍຄື ຊຸກຍູ້ເຮັດໃຫ້ການເຊື່ອມໂຍງ 3 ຂະແໜງການຂອງຜົນລະປູກປະເພດມັນ ຂອງປະເທດ LM ໄດ້ຮັບການພັດທະນາຂຶ້ນຢ່າງວ່ອງໄວ.