ບໍລິສັດ ກວາງຊີໄອອານ ຕັ້ງໜ້າຊຸກຍູ້ການພັດທະນາຂະແໜງການລົດພະລັງງານ ໃໝ່ແບບປະສານກັນ ຢູ່ພາກພື້ນລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ

lmcchina.org, August 8, 2023
Size:

ໃນວັນທີ 30 ມິຖຸນາທີ່ຜ່ານມາ, ບັນດາແຂກຜູ້ມີກຽດທີ່ມາເຂົ້າຮ່ວມ ກອງປະຊຸມສຸດຍອດສື່ມວນຊົນການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປະຈໍາປີ 2023 ໄດ້ໄປຢ້ຽມຊົມ ບໍລິສັດຮຸ້ນສ່ວນ ກວາງຊີໄອອານລົດພະລັງງານໃໝ່ ຈໍາກັດ.

ເພື່ອຕອບສະໜອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ, ໃນໄລຍະວັນທີ 23 ມິຖຸນາ ຫາ ວັນທີ 2 ກໍລະກົດ, ຄະນະເສດຖະກິດການຄ້າແຂວງກວາງຕົງ ໄດ້ແລກປ່ຽນກັບວົງການການຄ້າ ຂອງບັນດາປະເທດອາຊຽນ ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນ. ໃນວັນທີ 28 ມິຖຸນາ, ຄະນະເສດຖະກິດການຄ້າປະເທດຈີນ(ກວາງຕົງ)-ປະເທດໄທ ໄດ້ເດີນທາງຮອດບາງກອກ ປະເທດໄທ, ເຊິ່ງໃນນັ້ນ, ບໍລິສັດ ໄອອານ ເປັນບໍລິສັດລົດຕົວແທນ ພຽງແຫ່ງດຽວທີ່ໄດ້ເຂົ້າຮ່ວມການລົງນາມສັນຍາຄັ້ງນີ້.

ຊຸມປີທີ່ຜ່ານມາ, ລົດພະລັງງານໃໝ່ຂອງຈີນໄດ້ພັດທະນາຢ່າງວ່ອງໄວ. ປັດຈຸບັນ, ຂະແໜງການລົດພະລັງງານໃໝ່ຂອງປະເທດໄທ ກຳລັງຢູ່ໄລຍະເລີ່ມຕົ້ນ, ແຕ່ປະເທດຈີນໄດ້ມີຕະຫຼາດລົດພະລັງງານໃໝ່ທີ່ໃຫຍ່ທີ່ສຸດໃນທົ່ວໂລກ ແລະ ມີເຕັກນິກດ້ານລົດພະລັງງານໃໝ່ທີ່ນໍາໜ້າຢູ່ທົ່ວໂລກ. ການສົ່ງອອກເພື່ອເຂົ້າເຖິງຕະຫຼາດໄທຄັ້ງນີ້, ບໍລິສັດ ໄອອານ ຈະຖືບໍລິສັດສາຂາປະເທດໄທ ເປັນສໍານັກງານໃຫຍ່ປະຈໍາພາກພື້ນອາຊີອາຄະເນ, ແລ້ວຈິ່ງຂະຫຍາຍຂອບເຂດການລົງທຶນສ້າງຕັ້ງໂຮງງານ ຢູ່ເຂດລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໂດຍຜ່ານຂັ້ນຕອນການສົ່ງອອກລົດໝົດຄັນໂດຍກົງ, ຂັ້ນຕອນການສ້າງຕັ້ງໂຮງງານຢູ່ຕ່າງປະເທດ ຈົນຮອດການພັດທະນາຢູ່ທ້ອງຖິ່ນ. ຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງ ເພື່ອຊຸກຍູ້ການພັດທະນາແບບປະສານກັນ ຢູ່ພາກພື້ນລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.