ທີມແພດຈີນຊ່ວຍເດັກນ້ອຍທີ່ເປັນພະຍາດຫົວໃຈແຕ່ກຳເນີດຢູ່ລາວ

Yunnan Gateway, August 4, 2023
Size:

ໂດຍການສະໜັບສະໜູນຂອງລັດຖະບານຈີນ ແລະ ລາວ, ແລະ ການຊ່ວຍເຫຼືອຂອງສະມາຄົມສົ່ງເສີມການແລກປ່ຽນສາກົນ ອົງການຈັດຕັ້ງພື້ນເມືອງຈີນ, ທີມຂອງໂຄງການຮ່ວມມືດ້ານການແພດ "ຮ່ວມກັນກວດກາຄັດກອງ ແລະ ປິ່ນປົວພະຍາດຫົວໃຈແຕ່ກຳເນີດຈີນ-ລາວ" ໄດ້ດໍາເນີນການກວດກາທີ່ບໍ່ເສຍຄ່າກ່ຽວກັບພະຍາດຫົວໃຈແຕ່ກຳເນີດແຕ່ອາຍຸ3-18ປີ ເກືອບ 6.000 ຄົນທີ່ເປັນເດັກໂຮງຮຽນອະນຸບານ, ນັກຮຽນໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ ແລະ ຕໍ່ກັບເດັກນ້ອຍຈຳນວນໜຶ່ງໄດ້ຮັບການປິ່ນປົວຢູ່ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ສະຖານທີ່ອື່ນໆໃນເດືອນມິຖຸນາ.

ໃນການປິ່ນປົວມະນຸດສະທຳຄັ້ງນີ້, ເດັກນ້ອຍລາວ 4 ຄົນໄດ້ຮັບການຜ່າຕັດຢ່າງສຳເລັດຜົນ. ໂດຍການສະໜັບສະໜູນຂອງອົງການຈັດຕັ້ງສັງຄົມເຊັ່ນສະຫະພັນການກຸສົນຈີນ ແລະ ຍັງມີເດັກນ້ອຍທີ່ເປັນພະຍາດຫົວໃຈມາແຕ່ກຳເນີດອີກ 10 ກວ່າຄົນຈະໄດ້ຮັບການຕີລາຄາຕື່ມອີກ ແລະ ຈະໄດ້ດຳເນີນການປິ່ນປົວຢູ່ຄຸນໝິງຕາມແຜນການປິ່ນປົວສະເພາະທີ່ແພດໝໍຈີນວາງໄວ້.

ການຮ່ວມມືດ້ານການແພດຈີນ-ລາວມີປະຫວັດສາດອັນຍາວນານ. ໃນປີ 2018, ທ່ານໝໍຈາກໂຮງໝໍພະຍາດຫົວໃຈ-ຫຼອດເລືອດ ຝູໄວແຂວງຢຸນນານໄດ້ໄປລາວເພື່ອປຶກສາຫາລື ກ່ຽວກັບການຮ່ວມມືດ້ານການແພດກັບເພື່ອນຮ່ວມງານທ້ອງຖິ່ນ. ຫຼັງຈາກນັ້ນ, ທ່ານ ພີຊີ ຄະນະບໍດີໂຮງໝໍມະໂຫສົດໄດ້ຕົກລົງເດີນທາງໄປຈີນເພື່ອປ້ຽມຢາມ ແລະ ສໍາຫຼວດກວດກາທັນທີ, ສອງຝ່າຍໄດ້ລົງນາມສັນຍາຮ່ວມມືຢ່າງໄວວາພາຍຫຼັງການແລກປ່ຽນຢ່າງຮອບດ້ານ.

ໃນຊຸມປີມໍ່ໆມານີ້, ຄະນະແພດຈີນພ້ອມກັບຄະນະແພດກຳປູເຈຍ ແລະ ຄະນະແພດມຽນມາໄດ້ກວດກາພະຍາດໄວລຸ້ນ ແລະ ເດັກນ້ອຍໃນທ້ອງຖິ່ນ 70.000 ກວ່າຄົນ, ເດັກນ້ອຍທີ່ມີພະຍາດຫົວໃຈມາແຕ່ກຳເນີດ 110 ຄົນໄດ້ຮັບການປິ່ນປົວຢູ່ນະຄອນຄຸນໝິງ ແລະ ຟື້ນຟູສຸຂະພາບ. ຄະນະຝ່າຍຈີນກັບພະແນກການແພດທ້ອງຖິ່ນໄດ້ສ້າງພື້ນຖານທີ່ດີໃຫ້ແກ່ການຮ່ວມມື.

 

ແຫຼ່ງຂ່າວ: ໜັງສືພິມລາຍວັນປະຊາຊົນຂອງຈີນ 

ນັກຂ່າວ: ຢາງເວີນໝິງ ວານຢຸຍ