ກະຊວງປ້ອງກັນປະເທດຈີນຈັດງານລ້ຽງ ເພື່ອສະເຫຼີມສະຫຼອງກອງທັບປົດປ່ອຍປະຊາຊົນຈີນສະຖາປະນາຂຶ້ນຄົບຮອບ 96 ປີ

CRI, August 2, 2023
Size:

ວັນທີ 31 ກໍລະກົດຜ່ານມານີ້, ກະຊວງປ້ອງກັນປະເທດ ສປ ຈີນ ຈັດງານລ້ຽງຢູ່ຫໍສະພາປະຊາຊົນຈີນ, ເພື່ອສະເຫຼີມສະຫຼອງກອງທັບປົດປ່ອຍປະຊາຊົນຈີນສະຖາປະນາຂຶ້ນຄົບຮອບ 96 ປີຢ່າງຄຶກຄື້ນ.

ທ່ານຫຼີຊ້າງຟູ ກຳມະການຂອງຄະນະກຳມະການການທະຫານສູນກາງຈີນ, ທີ່ເປິກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ກ່າວຄຳປາໄສ.

ທ່າມກາງສຽງດົນຕີທີ່ຄຶກຄື້ນມ່ວນຊື່ນ, ແຂກຜູ້ມີກຽດທັງຈີນແລະຕ່າງປະເທດໄດ້ຮ່ວມກັນຍົກຈອກດື່ມເພື່ອສະເຫຼີມສະຫຼອງກອງທັບປົດປ່ອຍປະຊາຊົນຈີນສະຖາປະນາຂຶ້ນຄົບຮອບ 96 ປີ ແລະອວຍພອນໃຫ້ມິດຕະພາບລະຫວ່າງກອງທັບປົດປ່ອຍປະຊາຊົນຈີນກັບກອງທັບປະເທດຕ່າງໆຢູ່ໃນໂລກໝັ້ນຄົງຂະໜົງແກ່ນ.