ການພົບປະແລກປ່ຽນ ແລະ ການຮ່ວມລະຫວ່າງກິ່ງແຂວງສິບສອງພັນນາແຂວງຢຸນນານ ກັບ ແຂວງຫຼວງພະບາງປະເທດລາວ ຍັງຄົງແໜ້ນແຟ້ນຍິ່ງຂຶ້ນ

Yunnan Gateway, August 2, 2023
Size:

ສິບສອງພັນນາກັບປະເທດລາວມີສາຍພູ ແລະ ແມ່ນ້ຳລໍາທານເຊື່ອມຕໍ່ກັນມາແຕ່ບູຮານນະການ, ມີມະນຸດຊາດ ມີຊົນເຜົ່າ ແລະ ວັດທະນະທຳອັນດຽວກັນ. ວັນທີ 18 ຕຸລາ 2002, ກິ່ງແຂວງສິບສອງພັນນາແຂວງຢຸນນານ ແລະ ແຂວງຫຼວງພະບາງປະເທດລາວໄດ້ສ້າງສາຍພົວພັນເປັນເມືອງແຮກສ່ຽວນຳກັນຢ່າງເປັນທາງການ. ໂດຍນຳໃຊ້ບັນດາເມືອງແຮກສ່ຽວນຳກັນເປັນເວທີ, ສອງຝ່າຍໄດ້ສືບຕໍ່ລົງເລິກການແລກປ່ຽນ ແລະ ການຮ່ວມມືຢ່າງແທດເຖິງຕົວຈິງໃນດ້ານການແລກປ່ຽນບຸກຄະລາກອນ, ກະສິກຳ, ວັດທະນະທຳ ແລະ ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ.

ໃນໄລຍະຫຼາຍປີຜ່ານມາ, ກິ່ງແຂວງສິບສອງພັນນາໄດ້ຈັດຕັ້ງຄະນະແພດໝໍໄປແຂວງຫຼວງພະບາງຫຼາຍຄັ້ງເພື່ອສະໜອງການປົວພະຍາດໃຫ້ປະຊາຊົນທ້ອງຖິ່ນໂດຍບໍ່ເສຍຄ່າ, ມີສ່ວນຮ່ວມໃນການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອວິເຄາະອາການກໍລະນີຍາກລໍາບາກ ແລະການຝຶກອົບຮົບນັກສຶກສາຕ່າງປະເທດສາຂາວິຊາແພດສາດໂດຍສະເພາະສໍາລັບແຂວງຫຼວງພະບາງ. ປີ 2014, ກິ່ງແຂວງສິບສອງພັນນາ ແລະ ແຂວງຫຼວງພະບາງປະເທດລາວໄດ້ຮ່ວມກັນຈັດຕັ້ງ "ໂຄງການກໍ່ສ້າງການຮ່ວມມືດ້ານການແພດ ແລະ ການບໍລິການສຸຂະພາບຊາຍແດນຈີນ-ລາວ", ເຊິ່ງເປັນຜົນປະໂຫຍດໃຫ້ປະຊາຊົນທັງສອງແຫ່ງ.

ວັນທີ 20 ທັນວາ 2022, ໃນໄລຍະໜຶ່ງປີຜ່ານມານັບຕັ້ງແຕ່ເປີດການນຳໃຊ້ທາງລົດໄຟລາວ-ຈີນ, ງານແລກປ່ຽນວັດທະນະທຳລະຫວ່າງປະຊາຊົນຢູ່ຕາມເຂດຊາຍແດນລາວ-ຈີນທີ່ຈັດຂຶ້ນຮ່ວມກັນໃນເມືອງຈິງຫົງ, ບ້ານກົວຝາງເມືອງຫຼ້າກິ່ງແຂວງສິບສອງພັນນາ ແລະ ເຂດເສດຖະກິດພິເສດບໍ່ເຕັນ, ແຂວງຫຼວງນ້ຳທາ, ແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນປະເທດລາວ, ທຸກບ່ອນຢູ່ລຽບຕາມເສັ້ນທາງລົດໄຟລາວ-ຈີນໄດ້ເຕັ້ນລຳ ແລະ ຮ້ອງເພງພ້ອມກັນເພື່ອສະເຫຼີມສະຫຼອງຮ່ວມກັນ. ດ້ວຍດອກໄຟພະລັງງານແສງຕາເວັນຢູ່ບັນດາໝູ່ບ້ານຕາມຊາຍແດນຂອງລາວທີ່ໄດ້ຮັບການຊ່ວຍເຫຼືອກໍໍ່ສ້າງຈາກສະມາຄົມມິດຕະພາບກັບຕ່າງປະເທດປະຊາຊົນແຂວງຢຸນນານ, ເສັ້ນທາງມິດຕະພາບລະຫວ່າງກິ່ງແຂວງສິບສອງພັນນາແຂວງຢຸນນານກັບແຂວງຫຼວງພະບາງປະເທດລາວຈະມີອະນາຄົດທີ່ສົດໃສກວ່າເກົ່າ.

ວັນທີ 13 ເມສາ 2023, ຂະບວນລົດໄຟຜູ້ໂດຍສານສາກົນຂອງເສັ້ນທາງລົດໄຟລາວ-ຈີນຖ້ຽວທຳອິດໄດ້ເປີດການນຳໃຊ້, ໃຫ້ປະຊາຊົນສອງບ່ອນທີ່ມີຄວາມໃຝ່ຝັນວ່າ "ສໍາຜັດລົດຊາດຊົນເຜົ່າໄທລື້ຂອງສິບສອງພັນນາໃນຍາມເຊົ້າ ແລະ ກິນເຂົ້າປຸ້ນລາວໃນຕອນແລງ, ເຫັນທິວທັດທີ່ສວຍສົດງົດງາມ ຂອງສິບສອງພັນນານໃນຕອນເຊົ້າ ແລະ ເລາະຫຼີ້ນຢູ່ຕະຫຼາດກາງຄືນແຂວງຫຼວງພະບາງໃນຕອນແລງ" ຄວາມເປັນຈິງ. ໃນວັນນີ້, ຊາວບ້ານຂອງບ້ານຊາງຈິງລົງ ແລະ ບ້ານນ້າຂາເມືອງຫຼ້າກິ່ງແຂວງສິບສອງພັນນາໄດ້ນໍາເອົາໝາກມ່ວງສົດ ແລະ ໝາກມັງກອນສົດສົ່ງຂຶ້ນຂະບວນລົດໄຟ, ຜ່ານທາງລົດໄຟລາວ-ຈີນ, ເພື່ອນຳເອົາຜະລິດຕະພັນພິເສດສິບສອງພັນນາ ແລະ ລົດຊາດຂອງຢູນນານມາສູ່ຊາວແຂວງຫຼວງພະບາງ.

 

ແຫຼ່ງຂ່າວ: ບັນຊີທາງການຂອງວິແຊັດ ລ້ານເມິຍພາ