ການລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງ ຈີນ-ລາວ-ມຽນມາ-ໄທ ຄັ້ງທີ 131 ສິ້ນສຸດລົງຢ່າງຈົບງາມ

CRI, August 1, 2023
Size:

   ວັນທີ 28 ກໍລະກົດນີ້,ຄຽງຄູ່ກັບກຳປັ່ນປະຕິບັດກົດໝາຍຂອງຝ່າຍຈີນໄດ້ຈອດຢູ່ທ່າກຳປັ່ນ ຈິງຮ່າຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ, ການລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 131 ໄດ້ສິ້ນສຸດລົງຢ່າງຈົບງາມ.

   ໃນການເຄື່ອນໄຫວເທື່ອນີ້, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ຈັດກອງປະຊຸມແລກປ່ຽນຂໍ້ມູນຢູ່ນະຄອນຊຽງແສນຂອງໄທ, ເພື່ອວິໄຈແລະຄົ້ນຄວ້າສະພາບຄວາມປອດໄພຕາມລ່ອງແມ່ນ້ຳຂອງ, ທັງໄດ້ເປິກສາຫາລືແລກປ່ຽນກັນແລະກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການເພີ່ມທະວີການຄຸ້ມຄອງແລະຄວບຄຸມດ້ານຄວາມໝັ້ນຄົງຕາມເຂດລ່ອງແມ່ນ້ຳ, ເພີ່ມການສືບສວນຮ່ວມກັນເພື່ອໂຈມຕີອາຊະຍາກຳຂ້າມຊາດ ແລະອື່ນໆ.

   ຕາມຂ່າວແຈ້ງວ່າ: ຫຼັງຈາກການເຄື່ອນໄຫວເທື່ອນີ້ແລ້ວ, ພາກສ່ວນປະຕິບັດກົດໝາຍຂອງ ຈີນ, ລາວ ແລະ ມຽນມາຈະສືບຕໍ່ສົ່ງກຳປັ່ນແລະຜູ້ປະຕິບັດກົດໝາຍຮ່ວມໄປປະຕິບັດໜ້າທີ່ກົດໝາຍຢູ່ລ່ອງແມ່ນ້ຳຂອງຕອນຢູ່ປະເທດລາວ, ເພື່ອຮ່ວມກັນໂຈມຕີແລະຂົ່ມຂູ່ອາຊະຍາກຳຂ້າມຊາດປະເພດຕ່າງໆຕາມລ່ອງແມ່ນ້ຳຂອງ.