ກອງປະຊຸມປະກາດຜົນງານກິດຈະກຳໂຄສະນາຂອງງານວາງສະແດງສິນຄ້າຈີນ-ອາຊຽນຄົບຮອບ 20 ປີຈັດຂຶ້ນຢູ່ນານນິງ

CRI, August 1, 2023
Size:

   ວັນທີ 28 ກໍລະກົດນີ້, ເນື່ອງໃນໂອກາດນັບເວລາຍັງອີກ50ວັນທີ່ຈະຈັດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20, ກອງປະຊຸມປະກາດຜົນງານກິດຈະກຳໂຄສະນາຂອງງານວາງສະແດງສິນຄ້າຈີນ-ອາຊຽນຄົບຮອບ 20 ປີ ໄດ້ຈັດຂຶ້ນຢູ່ສູນປະຊຸມແລະວາງສະແດງສາກົນນານນິງຢ່າງສຳເລັດຜົນ.

   ປີນີ້ແມ່ນປີທີ່ຈັດງານວາງສະແດງສິນຄ້າຈີນ-ອາຊຽນຄົບຮອບ 20 ປີ, ເພື່ອສ້າງບັນຍາກາດໂຄສະນາທີ່ຟົດຟື້ນ,ຄຶກຄື້ນແລະເບີກບານມ່ວນຊື່ນ, ກອງປະຊຸມປະກາດຜົນງານໄດ້ດຳເນີນກິດຈະກຳໂຄສະນາທີ່ສີສັນອຸດົມສົມບູນຫຼາຍຄັ້ງ. ພາຍໃຕ້ຄວາມເອົາໃຈໃສ່ໃນລະດັບສູງແລະການສະໜັບສະໜູນຢ່າງແຂງແຮງຈາກວົງການຕ່າງໆ, ກິດຈະກຳໂຄສະນາເທື່ອນີ້ໄດ້ສິ້ນສຸດລົງຢ່າງຈົບງາມໂດຍໄດ້ຮັບປະສິດທິຜົນທີ່ດີງາມ, ໄດ້ຍົກກຳລັງເຕົ້າໂຮມແລະອິດທິພົນຂອງງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ສູງຂຶ້ນຕື່ມອີກ.

   ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈະຈັດຂຶ້ນຢູ່ນະຄອນນານນີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນໃນວັນທີ 16 ກັນຍາປີນີ້.