ສ້າງເມືອງໃໝ່ລຽບຕາມລໍາແມ່ນໍ້າຂອງ

Yunnan Gateway, July 28, 2023
Size:

ທີ່ເມືອງທ່າແຂກ ແຂວງຄໍາມ່ວນມີຕົວເມືອງອຸດສາຫະກໍາແຫ່ງໜຶ່ງກໍາລັງເປັນຮູບເປັນຮ່າງຂຶ້ນ. ຕົວເມືອງແຫ່ງນີ້ ຖືກເອີ້ນຊື່ວ່າ “ຕາແສງປຸ໋ຍໂປຕາສ”, ຢູ່ໃຕ້ດິນ “ຕາແສງໂປຕາສ”ແມ່ນຕາໜ່າງຂຸມຄອງທີ່ເຊື່ອມຕໍ່ທຸກທິດທາງ, ແຕ່ລະມື້ມີກໍາມະກອນ 2000 ກວ່າຄົນດຳເນີນການຂຸດຄົ້ນ ແລະ ຂົນສົ່ງບໍ່ແຮ່ຢູ່ໃນນັ້ນ. ຢູ່ເທິງໜ້າດິນ ມີໂຮງງານ ແລະ ສາຍການຜະລິດທີ່ທັນສະໄໝປະເພດຕ່າງໆ, ພ້ອມທັງມີກໍາມະກອນ 10.000 ກວ່າຄົນຂຸ້ນຂ້ຽວເຮັດວຽກ, ສໍາລັບພື້ນຖານໂຄງລ່າງການດໍາລົງຊີວິດໃນເທດສະບານແມ່ນໄດ້ເລີ່ມຕົ້ນນໍາໃຊ້ແລ້ວ...

ຖານການຜະລິດປຸ໋ຍໂປຕາສທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ແຫ່ງນີ້ ແມ່ນໄດ້ຮັບການລົງທຶນໂດຍ ບໍລິສັດ ອາຊີ-ໂປຕາສສາກົນຈໍາກັດ. ໃນ “ຕາແສງປຸ໋ຍໂປຕາສ”, ອຸປະກອນການຜະລິດທີ່ທັນສະໄໝ ແລະ ເປັນອັດຕະໂນມັດຖືກນໍາໃຊ້ຢ່າງຫຼວງຫຼາຍ, ຊຶ່ງໄດ້ຍົກສູງປະສິດທິພາບການຜະລິດ, ປະຢັດພະລັງງານ ແລະ ຫຼຸດມົນລະພິດ. ທ່ານນາງ ຫຼຽວປິ່ນຢ້ວນ ໃຫ້ສໍາພາດຕໍ່ນັກຂ່າວວ່າ, ປຸ໋ຍໂປຕາສທີ່ຜະລິດຢູ່ທີ່ນີ້ ບໍ່ພຽງແຕ່ໄດ້ສະໜອງໃຫ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກຍັງສະໜອງໃຫ້ປະເທດຈີນ. ໃນຂະນະທີ່ດໍາເນີນການພັດທະນາວິສາຫະກິດ, ບໍລິສັດຍັງໄດ້ຕັ້ງໜ້າແບກຫາກພາລະໜ້າທີ່ດ້ານສັງຄົມ. ດ້ານໜຶ່ງ, ບໍລິສັດໄດ້ຊ່ວຍບ້ານທຸກຍາກສ້າງຮົ່ມປູກຜັກ, ນອກນັ້ນຍັງໄດ້ປັບແປງດິນໄຮ່, ນໍາເຂົ້າເຕັກນິກການປູກຝັງ ແລະ ປະສົບການການຄຸ້ມຄອງທີ່ທັນສະໄໝຂອງຈີນ, ຈຶ່ງເຮັດໃຫ້ດິນໄຮ່ໃນແຕ່ກ່ອນ ທີ່ສາມາດປູກໄດ້ພຽງແຕ່ພືດທັນຍາຫັນແຕ່ລະດູດຽວ ມາເປັນ 3 ລະດູ, ຊຶ່ງໄດ້ຍົກສູງລາຍຮັບໃຫ້ຊາວກະສິກອນທຸກຍາກໄດ້ຢ່າງຫຼວງຫຼາຍ.


ແຫຼ່ງຂ່າວ: ເວັບໄຊຂ່າວສານຈີນ