ທ່ານຮຸນແຊນປະກາດຈະບໍ່ດໍາລົງຕໍາແໜ່ງນາຍົກລັດຖະມົນຕີກໍາປູເຈຍອີກຕໍ່ໄປ

CRI, July 28, 2023
Size:

ທ່ານ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍໄດ້ແຈ້ງໃຫ້ຮູ້ໃນວັນທີ 26 ກໍໍລະກົດນີ້ວ່າ: ທ່ານຈະບໍ່ດໍາລົງຕໍາແໜ່ງນາຍົກລັດຖະມົນຕີກໍາປູເຈຍອີກຕໍ່ໄປ, ຂະນະທີ່ທ່ານ ຮຸນມານິດ ຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີກໍາປູເຈຍທີ່ຂຶ້ນກັບພັກປະຊາຊົນກໍາປູເຈຍຈະເປັນຫົວໜ້າລັດຖະບານຊຸດໃໝ່.

ທ່ານ ຮຸນແຊນ ເປັນນາຍົກລັດຖະມົນຕີກໍາປູເຈຍທັງເປັນປະທານພັກປະຊາຊົນກໍາປູເຈຍຊຸດປັດຈຸບັນ. ອີງຕາມຜົນການນັບຄະແນນສຽງເລືອກຕັ້ງເບື້ອງຕົ້ນທີ່ຄະນະກໍາມະການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍເປີດເຜີຍໃຫ້ຮູ້ໃນວັນທີ 26 ກໍລະກົດນີ້ສະແດງໃຫ້ເຫັນວ່າ: ພັກປະຊາຊົນກໍາປູເຈຍໄດ້ຮັບໄຊຊະນະໂດຍເດັດຖານໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້. ຈາກນີ້ໄປ, ພັກປະຊາຊົນກໍາປູເຈຍຈະຈັດຕັ້ງຄະນະລັດຖະບານຊຸດໃໝ່.